spot_img
Homeຂ່າວຕ່າງປະເທດຜົນການລົງປະຊາມະຕິເບື້ອງຕົ້ນ ຊາວໄທ 61% ຮັບຮອງລັດຖະທຳມະນູນ ສະບັບໃໝ່!

ຜົນການລົງປະຊາມະຕິເບື້ອງຕົ້ນ ຊາວໄທ 61% ຮັບຮອງລັດຖະທຳມະນູນ ສະບັບໃໝ່!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ສິງຫານີ້ວ່າ ປະຊາຊົນຊາວໄທ ໄດ້ອອກມາລົງປະຊາມະຕິ ຮັບຮອງເອົາລັດຖະທຳມະນູນ ສະບັບໃໝ່ ຊຶ່ງຮ່າງຂຶ້ນພາຍໃຕ້ການນຳຂອງ ທ່ານ ພົນເອກ ປະຍຸດ ຈັນໂອຊາ ຫົວໜ້າຄະນະລັດຖະປະຫານ ແລະ ນາຍົກລັດຖະມົນຕີໄທ ໃນວັນອາທິດທີ 7 ສິງຫາ 2016 ໂດຍຜົນຂອງການນັບຄະແນນ ເບື້ອງຕົ້ນພົບວ່າ ມີຜູ້ໃຫ້ການຮັບຮອງ ຮ່າງລັດຖະທຳມະນູນສະບັບໃໝ່ ຫລາຍກວ່າ 61% ໃນຂະນະທີ່ຜົນຂອງການນັບຄະແນນ ຢ່າງເປັນທາງການ ຈະມີກຳນົດການເຜີຍແຜ່ ໃນວັນພຸດທີ 10 ສິງຫານີ້.

ດ້ານສຳນັກຂ່າວຣອຍເຕີ້ ໄດ້ນຳສະເໜີແງ່ມູມຂອງນັກວິເຄາະວ່າ ຄວາມປາຖະໜາຕໍ່ກັບ ສະຖຽນລະພາບທາງການເມືອງ ໄດ້ເປັນສິ່ງຊຸກຍູ້ອັນສຳຄັນ ໃຫ້ແກ່ປະຊາຊົນໃນການລົງຄະແນນຮັບ ໃນລະຫວ່າງບັນຍາກາດທີ່ ການເມືອງໄທຖືກສັ່ນຄອນມາເກືອບທົດສະວັດ ຊຶ່ງໄດ້ເຫັນການຍຶດອຳນາດຂອງທະຫານ 2 ຄັ້ງ ພ້ອມກັບເຫດການປະທ້ວງຫລາຍຄັ້ງ ຊຶ່ງກ້າວໄປສູ່ການນອງເລືອດ.

ກ່ອນໜ້າການລົງປະຊາມະຕິນີ້ ບັນດາພັກການເມືອງຫລັກຂອງໄທ ໄດ້ອອກມາວິພາກວິຈານ ຮ່າງລັດຖະທຳມະນູນສະບັບນີ້ ໂດຍໄດ້ລະບຸວ່າ ເປັນການຈຳກັດປະຊາທິປະໄຕ ຊຶ່ງໃນນັ້ນບົດບັນຍັດຂອງລັດຖະທຳມະນູນ ໄດ້ກຳນົດໃຫ້ມີ ສະມາຊິກວຸດທິສະພາ ທີ່ຖືກແຕ່ງຕັ້ງ ໂດຍການສະຫງວນຕຳແໜ່ງເຫລົ່ານີ້ ໄວ້ໃຫ້ກັບຝ່າຍທະຫານ.

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...