spot_img
Homeຂ່າວທ້ອງຖິ່ນຜູ້ໃຊ້ທາງດ່ວນວຽງຈັນ-ວັງວຽງ ຖ້າຖືກປັບໃໝແບບບໍ່ຍຸດຕິທໍາສາມາດຂຽນຄຳຮ້ອງທຸກຫາ ຍທຂ ໄດ້

ຜູ້ໃຊ້ທາງດ່ວນວຽງຈັນ-ວັງວຽງ ຖ້າຖືກປັບໃໝແບບບໍ່ຍຸດຕິທໍາສາມາດຂຽນຄຳຮ້ອງທຸກຫາ ຍທຂ ໄດ້

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ເຈົ້າໜ້າທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ບໍ່ປະສົງອອກນາມ) ໄດ້ແນະນຳໃຫ້ປະຊາຊົນຜູ້ທີ່ຖືກປັບໃໝ ສຳລັບການກະທຳຜິດຕາມເສັ້ນທາງດ່ວນວຽງຈັນ-ວັງວຽງ ສາມາດສົ່ງຄຳຮ້ອງທຸກໄປຫາກະຊວງໂຍທາທິການ ແລະ ຂົນສົ່ງເພື່ອກວດກາ ແລະ ແກ້ໄຂ.

ດັ່ງທີ່ເຫດການຜູ້ຂັບລົດບັນທຸກສິນຄ້າຄັນໜຶ່ງໄດ້ໄປຕຳເອົາຂອບທາງທີ່ເປັນຄອນກຣີດຈຸດປະຕູໂຂງເມືອງໂພນໂຮງ ແຂວງວຽງຈັນ ແລະ ຖືກປັບໃໝ 5 ລ້ານກີບ ຍ້ອນຄວາມເສຍຫາຍທີ່ເກີດຂຶ້ນທັງທີ່ສິ່ງກີດຂວາງນັ້ນມີຄວາມເສຍຫາຍບໍ່ຫຼາຍ.

ອີກເຫດການໜຶ່ງ, ຜູ້ຂັບຂີ່ລົດຈັກທີ່ເດີນທາງໄປວັງວຽງໄດ້ຜ່ານປະຕູທາງອອກ ຢູ່ທາງດ່ວນ ແຕ່ໃນເວລານັ້ນບໍ່ເຫັນມີຜູ້ໃດທີ່ມາຍາມຢູ່ປະຕູຈຶ່ງໄດ້ຂັບລົດອອກໂດຍບໍ່ໄດ້ເສຍຄ່າຜ່ານ. ມື້ຕໍ່ມາຜູ້ຂັບຂີ່ລົດຈັກຄັນດັ່ງກ່າວໄດ້ເຂົ້າໃຊ້ບໍລິການເສັ້ນທາງດ່ວນອີກແຕ່ຖືກພະນັກງານ ທາງດ່ວນປັບໃໝ 2.700.000 ກີບແຕ່ຫຼຸດລາຄາໃຫ້ 2 ລ້ານກີບຍ້ອນວ່າລົດຂອງລາວຖືກຂຶ້ນບັນຊີດໍາໃນມື້ທີ່ລາວຜ່ານປະຕູໂດຍບໍ່ໄດ້ເສຍເງິນຄ່າຜ່ານ.

ໃນປະຈຸບັນນີ້, ສໍາລັບຄ່າປັບໃໝທີ່ກະທໍາຜິດຢູ່ທາງດ່ວນດັ່ງກ່າວຍັງບໍ່ມີຂໍ້ກຳນົດກ່ຽວກັບການປັບໃໝໃດໆເປັນພຽງແຕ່ຜູ້ຮັບຜິດຊອບທາງດ່ວນເທົ່ານັ້ນທີ່ປັບໃໝເອງຊຶ່ງຄວາມຄິດເຫັນທົ່ວໄປເຫັນວ່າການປັບໃໝ ແມ່ນບໍ່ສົມເຫດສົມຜົນ. ອັດຕາການປັບໃໝ ຄວນໄດ້ຮັບອະນຸຍາດຈາກພະແນກຂົນສົ່ງຂອງກະຊວງ ແລະ ກົມຕຳຫຼວດຈະລາຈອນກ່ອນທີ່ຈະນຳໃຊ້ທົ່ວໄປ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...