spot_img
Homeມູມໄອທີລາວຜູ້ໃຊ້ງານໄອໂຟນ, ໄອແພັດມີເລື່ອງຕ້ອງລະວັງ

ຜູ້ໃຊ້ງານໄອໂຟນ, ໄອແພັດມີເລື່ອງຕ້ອງລະວັງ

Published on

ສຳລັບຜູ້ໃຊ້ງານໄອໂຟນ, ໄອແພັດມີເລື່ອງຕ້ອງລະວັງເພີ່ມເຕີມກັນອີກແລ້ວຫຼ້າສຸດມີການຄົ້ນພົບວ່າພຽງວີດີໂອແປກໆ ອາດຈະເຮັດໃຫ້ iPhone ແລະ iPad ຄ້າງໄດ້ທັນທີ.

   ໂດຍປົກກະຕິແລ້ວຮູບແບບທີ່ໃຫ້ເປີດລິ້ງເບິ່ງວີດີໂອມັກຈະສົ່ງຜ່ານແອັບສຳລັບຕິດຕໍ່ເຊັ່ນ WhatsApp ຫຼື Message ຂອງ IOS ຊຶ່ງປະຈຸບັນກໍໄດ້ລາມມາເຖິງ Safari ເປັນທີ່ຮຽບຮ້ອຍເມື່ອອຸປະກອນໄດ້ເປີດເຂົ້າໄປເບິ່ງຄລິບດັ່ງກ່າວແລ້ວຈະເຮັດໃຫ້ເຄື່ອງຊ້າລົງທັນທີແບບຮ້າຍແຮງທີ່ສຸດເຮັດໃຫ້ເຄື່ອງຄ້າງໄປເລີຍໂດຍວິທີແກ້ນັ້ນສາມາດເຮັດໄດ້ງ່າຍໆ ໂດຍການທຳ Hard Reset  ຫຼື ຣີເຊັດເຄື່ອງ.

  • iPhone ຮຸນເກົ່າ: ກົດປຸ່ມ Home+Power ພ້ອມກັນຈົນເຄື່ອງ ຈະປິດເອງ
  • iPhone 7 ຂຶ້ນໄປ: ກົດປຸ່ມລົດສຽງ+Power ພ້ອມກັນຈົນເຄື່ອງ ຈະປິດເອງ

ວິທີດັ່ງກ່າວສົ່ງຜົນກັບລະບົບປະຕິບັດການ IOS ຫຼາຍຮຸ່ນບໍ່ຈຳກັດພຽງ IOS 10 ເທົ່ານັ້ນແຕ່ມີຜົນຕັ້ງແຕ່ IOS 5 ຂຶ້ນມາເລີຍນອກຈາກນີ້ກໍໄດ້ທົດສອບກັບ IOS 10.2 beta 3 ຕົວຫຼ້າສຸດກໍ່ພົບວ່າຍັງມີບັນຫາດັ່ງກ່າວຢູ່.

ຈາກຂໍ້ມູນພົບວ່າໄພລ໌ວີດີໂອສະກຸນ MP4 ສ່ວນໃຫຍ່ນັ້ນຈະຖືກອັບໂຫຼດໄປແວັບໄຊ ຫຼາຍໆແວັບຊຶ່ງຍັງບໍ່ສາມາດລະບຸໄດ້ຊັດເຈນວ່າວີດີໂອໃດແດ່ທີ່ເປັນຕົວບັນຫາດັ່ງກ່າວກ່ອນຈະເປີດວີດີໂອແມ່ນຫຍັງເບິ່ງໃຫ້ດີໆກ່ອນຈິ່ງເປີດເບິ່ງ.

 

ຂ່າວຈາກ: http://www.sedthakid.la/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...