spot_img
Homeຂ່າວຕ່າງປະເທດຜູ້ໂດຍສານ 126 ຄົນໜີຕາຍ ຈາກເຮືອບິນ Red Air ເນື່ອງຈາກລະບົບຕີນລໍ້ຂັດຂ້ອງຂະນະທີ່ລົງຈອດ

ຜູ້ໂດຍສານ 126 ຄົນໜີຕາຍ ຈາກເຮືອບິນ Red Air ເນື່ອງຈາກລະບົບຕີນລໍ້ຂັດຂ້ອງຂະນະທີ່ລົງຈອດ

Published on

ຜູ້ໂດຍສານ 126 ຄົນໜີຕາຍ ຈາກເຮືອບິນ Red Air ເນື່ອງຈາກລະບົບຕີນລໍ້ຂັດຂ້ອງຂະນະທີ່ລົງຈອດ ຈົນເຮັດໃຫ້ໄຟໄໝ້.

ໃນວັນທີ 22 ມິຖຸນາ ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ເກີດເຫດເຮືອບິນໂດຍສານ ສາຍການບິນ Red Air Flight ຂອງອາເມຣິກາ ຈາກລັດໂດມິນິກັນ ເດີນທາງມາ ລັດຟໍລິດາ ເຊິ່ງມີຜູ້ໂດຍສານ 126 ຄົນ ແລະ ລູກເຮືອ 11 ຄົນ ຢູ່ເທິງເຮືອບິນ ປະສົບອຸບັດຕິເຫດລະບົບຕີນລໍ້ຂັດຂ້ອງຂະນະຢູ່ທີ່ເດີ່ນບິນນານາຊາດໄມອາມີ່ ໃນເວລາ 17:30 ຂອງວັນທີ 21 ມິຖຸນານີ້.

ໂດຍເຮືອບິນນັ້ນ ໄດ້ເກີດແຮງກະທົບກັບພື້ນ ແລະ ໄດ້ເກີດເຫດໄຟໄໝ້ ຈົນຜູ້ໂດຍສານ 126 ຄົນ ຮີບໜີລົງມາຈາກເຮືອບິນ.

ໜ່ວຍງານຂອງສະຫະລັດອາເມຣິກາລາຍງານວ່າ ມີຄົນບາດເຈັບ 3 ຄົນ ແຕ່ບໍ່ຮຸນແຮງ ແຕ່ໄດ້ສົ່ງໄປໂຮງໝໍເປັນທີ່ຮຽບຮ້ອຍ ແລະ ທີ່ເຫຼືອແມ່ນກັບມາທີ່ອາຄານຜູ້ໂດຍສານແລ້ວ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...