spot_img
Homeຂ່າວທ້ອງຖິ່ນຜູ້ໂດຍສານຫາຍຫ່ວງຂຶ້ນເໜືອທຸກເສັ້ນທາງເຖິງຈຸດໝາຍ

ຜູ້ໂດຍສານຫາຍຫ່ວງຂຶ້ນເໜືອທຸກເສັ້ນທາງເຖິງຈຸດໝາຍ

Published on

ຈາກສະພາບຝົນຕົກໜັກໃນລະ ຫວ່າງວັນທີ 19-20 ສິງຫາຜ່ານມານີ້ ເຮັດໃຫ້ສະພາບເສັ້ນທາງໂດຍສະເພາະເຂດພາກເໜືອ

ມີດິນເຈື່ອນຖົມທາງ ແລະ ເກີດນໍ້າຖ້ວມບໍ່ສາມາດສັນຈອນໄປ-ມາໄດ້ໃນບາງບ່ອນ ແຕ່ມາຮອດປະຈຸ ບັນສະພາບເສັ້ນທາງໄດ້ກັບສູ່ສະພາບປົກກະຕິແລ້ວ ແລະເຖິງຈະເກີດທາງເພ ສຸກເສີນກໍມີໜ່ວຍງານກ່ຽວຂ້ອງພ້ອມລົດກົນຈັກໝັກປະຈໍາຕາມແຕ່ລະຈຸດ ພ້ອມແກ້ໄຂ 24 ຊົ່ວໂມງຈິ່ງໝັ້ນໃຈວ່າການເດີນທາງຂຶ້ນເໜືອຈະເຖິງຈຸດໝາຍຢ່າງປອດໄພຫາຍຫ່ວງ.

ທ່ານ ແກ້ວວິໄຊ ມົວ ປະທານສະມາຄົມລົດຂົນສົ່ງສາຍເໜືອ ນະຄອນຫຼວງວຽງຈັນ ໃຫ້ສໍາພາດໃນວັນທີ 22 ສິງຫາຜ່ານມານີ້ຮູ້ວ່າ: ການຂົນສົ່ງໂດຍ ສານພາກເໜືອໃນໄລຍະວັນທີ 19-20 ສິງຫາ 2016 ຖືວ່າໄດ້ຮັບຄວາມເດືອດ  ຮ້ອນ ເນື່ອງຈາກມີຝົນຕົກໜັກ ຊຶ່ງໄດ້ເຮັດໃຫ້ດິນເຈື່ອນລົງໃສ່ເສັ້ນທາງມີບາງພື້ນທີ່ກໍຂາດ ຊຶ່ງຈຸດທີ່ໄດ້ຮັບຄວາມເສຍຫາຍໜັກແມ່ນເຂດພູຄູນຫາຫຼວງພະບາງ, ສະນັ້ນຈິ່ງເຮັດໃຫ້ສະພາບການ ສັນຈອນຕິດຂັດລົດທີ່ອອກເດີນທາງແຕ່ ວັນດັ່ງກ່າວທັງຂາໄປ ແລະຂາມາແມ່ນໄປຄ້າງຢູ່ເຂດພູຄູນໝົດ ຊຶ່ງລວມໆມີລົດ ຕິດຍາວຝ່າຍລະປະມານ 5-6 ກິໂລແມັດ ແຕ່ມາຮອດປະຈຸບັນການນໍາພັກ-ລັດ ກໍຄືກະຊວງໂຍທາທິການ ແລະຂົນສົ່ງ ໄດ້ສົມທົບກັບບັນດາພາກສ່ວນກ່ຽວຂ້ອງນຳເອົາລົດກົນຈັກມາແກ້ໄຂເບື້ອງຕົ້ນແລະໃຫ້ປະຈໍາຢູ່ເຂດທີ່ມີຄວາມສ່ຽງຈິ່ເຮັດໃຫ້ຕອນແລງວັນທີ 20 ສາມາດແກ້ໄຂບັນຫາສະພາບ ດັ່ງກ່າວໄດ້ເສັ້ນທາງແມ່ນສະດວກດີ ແລ້ວສາມາດປ່ອຍລົດເປັນປົກກະຕິມີ ພຽງບາງສາຍທາງທີ່ເຫັນວ່າມັນຮຸນ ແຮງເຮົາກໍໄດ້ສັ່ງຊະລໍລົດ ຖ້າຜູ້ໂດຍສານບໍ່ເຂົ້າໃຈກໍໄດ້ມີການອະທິບາຍ ຫຼື ຖ້າມັນຕິດຂັດແທ້ເຮົາກໍໄດ້ປ່ຽນການເດີນລົດເຊັ່ນ: ຖ້າໄປຊຽງຂວາງໄປທາງ ປາກຊັນກໍໄດ້ ແຕ່ມັນເກີດມີເສັ້ນທາງຕັດ ຂາດເຮົາກໍຈະແນະນໍາຜູ້ໂດຍສານໄປ ທາງພູຄູນ, ສ່ວນຮູບພາບທີ່ເຫັນທາງສື່ ອອນລາຍນັ້ນແມ່ນເປັນພຽງການພົບ ເຫັນ ຊຶ່ງໜ້າເຊັ່ນ: ພົບດິນເຈື່ອນລົງມາ ໃນລະຫວ່າງຂີ່ລົດກໍຖ່າຍພາບແລ້ວໂພດ ລົງທາງສື່ອອນລາຍ ຊຶ່ງມັນບໍ່ແມ່ນດິນ ເຈື່ອນທີ່ໃຫຍ່ຈົນລົດບໍ່ສາມາດສັນຈອນ ໄປໄດ້.

ຢ່າງໃດກໍຕາມ ໃນລະຫວ່າງມີສະພາບດັ່ງກ່າວ ພວກເຮົາກໍໄດ້ມີບໍລິການທາງ ໂທລະສັບ 24 ຊົ່ວໂມງ ຈໍານວນ 4 ເບີ ຄື: 021612384,021612385,02055999956,02055607052 ໄວ້ຄອຍໃຫ້ລາຍລະອຽດກ່ຽວກັບເສັ້ນ ທາງແກ່ພໍ່ແມ່ປະຊາຊົນກໍຄື ຜູ້ໂດຍສານ ຊຶ່ງກໍເຫັນວ່າມີຫຼາຍສາຍໂທເຂົ້າມາສອບ ຖາມເປັນປະຈຳ ນອກນີ້ຍັງມີໜ່ວຍງານ ປ້ອງກັນໄປກັບລົດເພື່ອເກັບກໍາສະພາບກ່ຽວກັບເສັ້ນທາງ, ມີການພົວພັນກັບ ໂຊເຟີລົດທຸກຄັນໃນຂະນະເດີນທາງເຮັດໃຫ້ຜູ້ໂດຍສານສາມາດເດີນທາງ ຢ່າງໝັ້ນໃຈ ແລະເຫັນວ່າມີຜູ້ໂດຍສານ ໄປ-ມາໃນຈໍານວນປົກກະຕິ ແຕ່ສ່ວນໃຫຍ່ແມ່ນຈະເລືອກເດີນທາງໃນຕອນ ເຊົ້າ, ຕອນແລງແມ່ນຂ້ອນຂ້າງເບົາບາງ ລົງ.

 

ຂ່າວຈາກ: 

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...