spot_img
Homeຂ່າວຕ່າງປະເທດຜູ້ໂດຍສານງົງ! ເຮືອບິນແອຣ໌ເອເຊຍ ພາໄປລົງຈອດຜິດປະເທດ!

ຜູ້ໂດຍສານງົງ! ເຮືອບິນແອຣ໌ເອເຊຍ ພາໄປລົງຈອດຜິດປະເທດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກັນຍາຜ່ານມານີ້ວ່າ ເຮືອບິນຂອງສາຍການບິນແອຣ໌ເອເຊຍ ໄດ້ພາຜູ້ໂດຍສານ ຈຳນວນ 212 ຄົນ ບິນໄປລົງເປົ້າໝາຍຜິດປະເທດ ຊຶ່ງເຫດການດັ່ງກ່າວເກີດຂຶ້ນ ໃນວັນທີ 10 ມີນາ 2015 ຜ່ານມາ ແຕ່ເລື່ອງດັ່ງກ່າວນີ້ ຫາກໍຖືກເປີດເຜີຍອອກ ຊຶ່ງສາເຫດຍ້ອນນັກບິນໄດ້ລະບຸພິກັດເປົ້າໝາຍ ບໍ່ຖືກຕ້ອງຕາມຈຸດໝາຍປາຍທາງ.

ເຫດການດັ່ງກ່າວນີ້ ເກີດຂຶ້ນໃນລະຫວ່າງເຮືອບິນຂອງສາຍການບິນ ແອຣ໌ເອເຊຍ ຊຶ່ງອອກເດີນທາງຈາກນະຄອນຊິດນີ ປະເທດອົດສະຕາລີ ໂດຍມີຈຸດໝາຍໄປລົງປະເທດມາເລເຊຍ, ຂະນະນັ້ນ ນັກບິນໄດ້ລະບຸຕຳແໜ່ງຈຸດພິກັດປາຍທາງຜິດພາດເປັນ 01519.8 ຕາເວັນອອກ ແທນທີ່ຈະຕ້ອງເປັນ 15109.8 ຕາເວັນອອກ ສົ່ງຜົນເຮັດໃຫ້ໄລຍະທາງບໍ່ຖືກຕ້ອງ ຊຶ່ງກວ່ານັກບິນຈະຮູ້ສຶກຕົວ ເຮືອບິນລຳດັ່ງກ່າວກໍຢູ່ເທິງອາກາດແລ້ວ ໃນເວລາດັ່ງກ່າວ ນັກບິນໄດ້ພະຍາຍາມປ່ຽນແປງຈຸດພິກັດຄືນໃໝ່ ແຕ່ຫາກບໍ່ສຳເລັດ ສົ່ງຜົນເຮັດໃຫ້ເຮືອບິນລຳດັ່ງກ່າວ ຈຳເປັນຕ້ອງໄດ້ລົງຈອດທີ່ສະໜາມບິນເມວເບີນ ຂອງອົດສະຕາລີແທນ ສ້າງຄວາມມຶນງົງໃຫ້ແກ່ຜູ້ໂດຍສານ ແລະ ເຮັດໃຫ້ການເດີນທາງຂອງຖ້ຽວບິນດັ່ງກ່າວ ແກ່ຍາວເວລາໄປອີກຫລາຍຊົ່ວໂມງ.

 

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...