spot_img
Homeຂ່າວພາຍ​ໃນຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍເປົ້າໝາຍການພັດທະນາແບບຍືນຍົງ

ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍເປົ້າໝາຍການພັດທະນາແບບຍືນຍົງ

Published on

ໃນວັນທີ 18-19 ກັນຍາ 2023, ທີ່ນະຄອນ ນິວຢອກ, ສ ອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍ ເປົ້າໝາຍການພັດທະນາແບບຍືນຍົງ (SDG Summit), ເຊິ່ງຈັດຂຶ້ນໃນໄລຍະກາງສະໄໝ ຂອງການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ.

ກອງປະຊຸມສຸດຍອດໃນປີນີ້, ເພື່ອທົບທວນຄືນບັນດາຜົນສໍາເລັດ, ຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງໃນລະດັບສາກົນ ພ້ອມທັງ ເປັນໂອກາດໃຫ້ບັນດາປະເທດສະມາຊິກ ຢືນຢັນຄືນຄວາມໝາຍໝັ້ນຂອງຕົນ ໃນການເລັ່ງລັດຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໃນຊຸມປີຕໍ່ໜ້າ.

ທ່ານ ເດນິສ໌ ຟຣານຊິສ໌ (Denis Francis) ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 78 ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງກອງປະຊຸມ ທີ່ຈັດຂຶ້ນໃນທ່າມກາງສະພາບວິກິດການ ແລະ ຜົນກະທົບຮ້າຍແຮງ ຈາກການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ, ໄພຂົ່ມຂູ່ທີ່ເກີດຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຂໍ້ຂັດແຍ່ງ ຢູ່ໃນຫຼາຍພາກພື້ນ ພ້ອມທັງຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຕ້ອງມີມາດຕະການທີ່ມີລັກສະນະຫັນປ່ຽນໃໝ່ ນັ້ນກໍຄື ການລົງທຶນທີ່ຈໍາເປັນ ສໍາລັບການຈັດຕັ້ງປະຕິບັດ ປພຍ, ການປະຕິຮູບສະຖາບັນ ແລະ ກົນໄກດ້ານການເງິນສາກົນ, ການປະຕິບັດຄໍາໝັ້ນສັນຍາ ແລະ ສົ່ງເສີມການເປັນຄູ່ຮ່ວມມື ລວມທັງການສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່ຕໍ່ກັບ ອົງການ ສປຊ ແລະ ຂອບການຮ່ວມມືຫຼາຍຝ່າຍ ເພື່ອພ້ອມກັນຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໃຫ້ສໍາເລັດຜົນຕາມຄາດໝາຍ.

ໃນໂອກາດດຽວກັນ, ທ່ານ ອັນໂຕນິໂອ ກູເຕເຣັດສ໌ (António Guterres) ເລຂາທິການໃຫຍ່ອົງການ ສປຊ ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງວົງຄະນະຍາດສາກົນ ຢູ່ໃນກອງປະຊຸມສຸດຍອດ ທີ່ຮັບຮອງເອົາ ປພຍ ໃນປີ 2015 ໃນການແກ້ໄຂຄວາມທຸກຍາກ, ໄພອຶດຫິວ, ຂໍ້ຂັດແຍ່ງ ແລະ ສິ່ງທ້າທາຍຕ່າງໆ. ເຖິງແນວໃດກໍຕາມ, ຕະຫຼອດໄລຍະຜ່ານມາ ໃນທົ່ວໂລກ ສາມາດຈັດຕັ້ງປະຕິບັດໄດ້ພຽງແຕ່ 15% ຂອງບັນດາເປົ້າໝາຍທັງໝົດ. ຕໍ່ໜ້າສະພາບການດັ່ງກ່າວ, ທ່ານເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຮ່ວມກັນສ້າງແຜນງານ ເພື່ອຟື້ນຟູວາລະດ້ານການພັດທະນາດັ່ງກ່າວ ພ້ອມທັງໄດ້ສະເໜີ 6 ເປົ້າໝາຍຮີບດ່ວນໃນລະດັບສາກົນ ຄື: ການລຶບລ້າງໄພອຶດຫິວ ເພື່ອຮັບປະກັນການເຂົ້າເຖິງໂພຊະນາການທີ່ຄົບຖ້ວນສໍາລັບທຸກຄົນ; ການຫັນປ່ຽນໄປສູ່ການນໍາໃຊ້ພະລັງການທົດແທນ ກໍຄື ການຫຼຸດຜ່ອນການປ່ອຍອາຍກາກບອນ; ການຫັນເປັນດີຈິຕອນ ເພື່ອເຊື່ອມໂຍງທາງດ້ານເຕັກໂນໂລຊີທັນສະໄໝ; ການປັບປຸງຄຸນະພາບຂອງລະບົບການສຶກສາ ທີ່ທຸກຄົນສາມາດເຂົ້າເຖິງໄດ້ ໃນທຸກເກນອາຍຸ; ການສົ່ງເສີມໃຫ້ມີວຽກເຮັດງານທໍາທີ່ດີ ແລະ ມີລະບົບປະກັນສັງຄົມ; ການປົກປັກຮັກສາທໍາມະຊາດ ເພື່ອຢຸດຕິວິກິດການທີ່ຕິດພັນກັບການປ່ຽນແປງດິນຟ້າອາກາດ, ມົນລະພິດ ແລະ ການສູນເສຍຊີວະນາໆພັນ. ເລຂາທິການໃຫຍ່ ສປຊ ຍັງໄດ້ຮຽກຮ້ອງໃຫ້ບັນດາປະເທດ ນໍາໃຊ້ກາລະໂອກາດນີ້ ເພື່ອຮ່ວມກັນຮັກສາຄໍາໝາຍໝັ້ນໃນລະດັບສາກົນດັ່ງກ່າວ ເພື່ອຄວາມຫວັງທີ່ຈະສ້າງການປ່ຽນແປງທີ່ສໍາຄັນ ສໍາລັບທຸກຄົນໃນທົ່ວໂລກ.

ຫຼັງຈາກນັ້ນ, ທ່ານ ນາງ ພໍລາ ນາຣ໌ແວຊ໌ (Paula Narváez) ປະທານສະພາເສດຖະກິດ-ສັງຄົມ ສປຊ ໄດ້ຍົກໃຫ້ເຫັນບັນດາສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດ ປພຍ ໃນທ່າມກາງສະພາບວິກິດການຫຼາຍດ້ານທີ່ກໍາລັງເກີດຂຶ້ນໃນປັດຈຸບັນ ແລະ ເຫັນວ່າກອງປະຊຸມຄັ້ງນີ້ ຖືເປັນຈຸດຫັນປ່ຽນໃນຄວາມພະຍາຍາມຂອງສາກົນ ເພື່ອບັນລຸ ປພຍ. ສະພາເສດຖະກິດ-ສັງຄົມ ສປຊ ຈະສືບຕໍ່ນໍາເອົາຜົນຂອງກອງປະຊຸມສຸດຍອດ ແລະ ກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດອີງຕາມພາລະບົດບາດຂອງຕົນ ໃນການສະໜັບສະໜູນຄວາມພະຍາຍາມ ແລະ ສົ່ງເສີມການປຶກສາຫາລືໃນຂອບຫລາຍຝ່າຍ ເພື່ອຜັນຂະຫຍາຍແຜນງານຕ່າງໆ ໃຫ້ເປັນຮູບປະທໍາຫລາຍຂຶ້ນ.

ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການທາງການເມືອງ ແລະ ສືບຕໍ່ດໍາເນີນພາກອະພິປາຍທົ່ວໄປ ຄຽງຄູ່ກັບເວທີປຶກສາຫາລື ໃນລະດັບຜູ້ນໍາເຊິ່ງປະກອບດ້ວຍ 6 ຫົວຂໍ້ ທີ່ຕິດພັນກັບການສືບຕໍ່ສົ່ງເສີມຄວາມພະຍາຍາມຂອງສາກົນ ໃນການຈັດຕັ້ງປະຕິບັດ ປພຍ ໃນຕໍ່ໜ້າ. ໃນວັນທີ 19 ກັນຍາ 2023, ຫົວໜ້າຄະນະຜູ້ແທນ ສປປ ລາວ ປະກອບຄຳເຫັນໃນຫົວຂໍ້ ກ່ຽວກັບ ການລະດົມທຶນ, ການລົງທຶນ ແລະ ແນວທາງໃນການຈັດຕັ້ງປະຕິບັດ ເພື່ອສາມາດບັນລຸ ປພຍ.

ໃນວັນທີ 18 ກັນຍາ 2023, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະກັບ ທ່ານ ເດນນີສ ມົນຄາດາ ໂຄລິນເດຼສ໌ (Denis Moncada Colindres) ລັດຖະມົນຕີ ກະຊວງການຕ່າງປະເທດ ນີກາຣາກົວ (Nicaragua) ແລະ ທ່ານ ຢານ ກິວ ປິນໂຕ (Yvan Gil Pinto), ລັດຖະມົນຕີ ກະຊວງການຕ່າງປະເທດ ເວເນຊູເອລາ ເພື່ອແລກປ່ຽນທັດສະນະກ່ຽວກັບ ການເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລ ກັນ ໃນຂອບສອງຝ່າຍ, ພາກພື້ນ ແລະ ສາກົນ ໂດຍສະເພາະໃນ ອົງການ ສປຊ.

ແຫຼ່ງຂ່າວ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...