spot_img
Homeຂ່າວທ້ອງຖິ່ນຜູ້ອອກແຮງງານລາວ ຢູ່ພາຍໃນປະເທດ ແລະ ຜູ້ກັບມາຈາກປະເທດໄທອາດຖືກເລີກຈ້າງ

ຜູ້ອອກແຮງງານລາວ ຢູ່ພາຍໃນປະເທດ ແລະ ຜູ້ກັບມາຈາກປະເທດໄທອາດຖືກເລີກຈ້າງ

Published on

ໜັງສືພິມວຽງຈັນທາມລາຍງານໃຫ້ຮູ້ວ່າ ຜູ້ອອກແຮງງານລາວ ຢູ່ພາຍໃນປະເທດ ແລະ ຜູ້ກັບມາຈາກປະເທດໄທ ອາດຈະພົບບັນຫາດ້ານເສດຖະກິດຄອບຄົວ ເພາະວ່າຖືກເລີກຈ້າງ ຍ້ອນຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19. ຜູ້ປະກອບການຈຳນວນຫຼາຍພາຍໃນປະເທດລວມທັງເຂດເສດຖະກິດພິເສດ ຍັງບໍ່ທັນມີແຜນທິ່ຊັດເຈນໃນການຮັບເອົາແຮງງານລາວກຸ່ມດັ່ງກ່າວເຂົ້າເຮັດວຽກ.

ປະຈຸບັນ ເຖິງແມ່ນວ່າລັດຖະບານໄດ້ຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງເພື່ອທວງໃຫ້ຜູ້ປະກອບການທຸກຂະແໜງວິຊາຊີບຕ້ອງປະຕິບັດຕາມແຈ້ງການຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄະນະສະເພາະກິດ ໃນການຮັບເອົາແຮງງານລາວກຸ່ມດັ່ງກ່າວເຂົ້າເຮັດວຽກນຳບໍລິສັດຂອງຕົນ.

ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວໃນກອງປະຊຸມການຈັດຫາງານ ໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ຈັດຂຶ້ນໃນວັນທີ 20 ພຶດສະພາ 2020 ວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງຜູ້ອອກແຮງງານ ຢູ່ ສປປ ລາວ. ຜ່ານມາກະຊວງພວກເຮົາມີກົນໄກ ແລະ ແຈ້ງການຈຳນວນໜຶ່ງເພື່ອແນະນໍາໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທຸກຂັ້ນໃນທົ່ວປະເທດຈະຕ້ອງເຮັດວຽກໜັກຂື້ນໃນການສືບຕໍ່ປະສານງານກັບນັກລົງທຶນ ແລະ ຜູ້ປະກອບການໃນທົ່ວປະເທດ ເພື່ອແນະນຳໃຫ້ພວກເຂົາຮັບເອົາແຮງງານ ເພື່ອຫຼຸດຜອ່ນຜົນກະທົບຕໍ່ຊີວິດການເປັນຢູ່ປະຈຳວັນ ຂອງຜູ້ອອກແຮງງານລາວ ຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.

ທ່ານ ນາງ ອານຸສອນ ຄຳສິງສະຫວັດ ກ່າວຕື່ມວ່າ ພວກເຮົາຍອມຮັບວ່າພົບຄວາມຫຍຸ້ງຍາກຫຼາຍ ເພາະມີຫຼາຍບໍລິສັດໃນລາວ ລວມທັງບໍລິສັດໃນເຂດເສດຖະກິດພິເສດ ຍັງບໍ່ທັນໄດ້ທັນມີແຜນທິ່ຊັດເຈນໃນການຮັບເອົາແຮງງານລາວ ໂດຍພວກເຂົາເຈົ້າອ້າງເຖິງຄວາມຈຳເປັນຂອງບໍລິສັດ ແລະ ຫຼາຍເຫດຜົນເພຶ່ອບໍ່ຢາກຮັບເອົາແຮງງານລາວກຸ່ມດັ່ງກ່າວເຂົ້າເຮັດວຽກນຳ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຈະສືບຕໍ່ຕິດຕາມສະພາບການຕ່າງໆ, ເກັບກຳຂໍ້ມູນ ແລະ ລາຍງານສະພາບຢ່າງປົກກະຕິ; ພະແນກແຮງງານ ແລະ ສະຫວັດດີການສັງຄົມ ຂັ້ນແຂວງ ແລະ ນະຄອນຫຼວງ, ສູນບໍລິການຈັດຫາງານ ແລະ ບໍລິສັດຈັດຫາງານ ເພື່ອຕິດຕາມ ແລະ ເກັບຂໍ້ມູນຂອງຜູ້ອອກແຮງງານ ເພື່ອສະເໜີຕໍ່ລັດຖະບານໃຫ້ພິຈາລະນາການຊ່ວຍເຫຼືອ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...