spot_img
Homeຂ່າວຕ່າງປະເທດຜູ້ປະທ້ວງໃນມຽນມາເທຂີ້ເຫຍື້ອໃສ່ຕາມຖະໜົົນເພື່ອຕໍ່ຕ້ານລັດຖະປະຫານ

ຜູ້ປະທ້ວງໃນມຽນມາເທຂີ້ເຫຍື້ອໃສ່ຕາມຖະໜົົນເພື່ອຕໍ່ຕ້ານລັດຖະປະຫານ

Published on

ຜູ້ປະທ້ວງໃນເຂດຕ່າເກ່ຕະ ທາງຕະເວັນອອກຂອງນະຄອນຍ່າງກຸ້ງ ໃນປະເທດມຽນມາ ນຳຂີ້ເຫຍື້ອມາເທຕາມຖະໜົນຫົນທາງ ເມື່ອວັນທີ 30 ມີນາ 2021 ເພື່ອປະທ້ວງຕໍ່ຕ້ານລັດຖະປະຫານທີ່ເກີດຂື້ນເມື່ອວັນທີ 1 ກຸມພາ ທີ່ຜ່ານມາ, ຂະນະດຽວກັນ ຈຳນວນຜູ້ເສຍຊີວິດຈາກການສະຫຼາຍການຊຸມນຸມທົ່ວປະເທດມີຈຳນວນຫຼາຍກວ່າ 500 ຄົນແລ້ວ.

ດ້ານສະມະຄົມຊ່ວຍເຫຼືອເພື່ອນັກໂທດການເມືອງ (AAPP) ເຜິີຍວ່າ ມີປະຊາຊົນຖືກສັງຫານທົ່ວປະເທດ 14 ຄົນແລ້ວ ເມື່ອວັນຈັນ (29 ມີນາ 2021) ເຊິ່ງ 8 ຄົນໃນກຸ່ມນີ້ຖືກຍິງເສຍຊີວິດທີ່ເຂດຕະໂກ່ງໃຕ້ໃນນະຄອນຍ່າງກຸ້ງ, ການເສຍຊີວິດດັ່ງກ່າວເຮັດໃຫ້ຈຳນວນປະຊາຊົນໃນຊ່ວງເວລາເກືອບ 2 ເດືອນຫຼັງຈາກ ລັດຖະປະຫານຄັ້ງລ່າສຸດມີປະມານ 510 ຄົນແລ້ວ ເຊິ່ງການປະທ້ວງເມື່ອວັນທີ 28 ມີນາ 2021 ເປັນວັນທີ່ມີຜູ້ເສຍຊີວິດສູງສຸດທີ່ 141 ຄົນ.

ຜູ້ເຫັນເຫດການຫຼາຍຄົນກ່າວວ່າ ເມື່ອວັນ 29 ມີນາ 2021 ທະຫານ ແລະ ຕຳຫຼວດມຽນມາໃຊ້ອາວຸດໜັກກວ່າທີ່ເຄີຍໃຊ້ທີ່ຜ່ານມາ ແຕ່ຍັງບໍ່ຊັດເຈນວ່າເປັນອາວຸດລຸ້ນໃດ.

ດ້ານສະຖານີໂທລະພາບຂອງທະຫານມຽນມາ ກ່າວອອກອາກາດໂຈມຕີຜູ້ປະທ້ວງຕໍ່ຕ້ານລັດຖະປະຫານຢ່າງໜັກວ່າເປັນ “ກຸ່ມຄົນກໍ່ການຮ້າຍດ້ວຍຄວາມຮຸນແຮງ”.

ທ່ານ ອັນໂຕນິອູ ກູເຕຣຣີດ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ( UN ) ຮຽກຮ້ອງໃຫ້ທະຫານມຽນມ້າຢຸດຂ້າປະຊາຊົນ ແລະ ຢຸດຕິການປາບປາມຜູ້ຊຸມນຸມ.

ການໃຊ້ຄວາມຮຸນແຮງດັງກ່າວຂອງທະຫານມຽນມາ ສ້າງຄວາມກັງວົນໃຫ້ກັບກຸ່ມກອງກຳລັງໃນປະເທດເພີ່ມອີກຫຼາຍກຸ່ມ, ເມື່ອບໍ່ດົນມານີ້ ມີກຸ່ມກອງກຳລັງທີ່ປະກອບດ້ວຍກອງກຳລັງພັນທະມິດປະຊາທິປະໄຕແຫ່ງຊາດມຽນມາ, ກອງກຳລັງອາຣະກັນ ແລະ ກອງກຳລັງປົດປ່ອຍແຫ່ງຊາດຕະອາງ ເຕືອນກອງທັບມຽນມາວ່າ ຖ້າຫາກບໍ່ຢຸດຂ້າ ປະຊາຊົນທີ່ຊຸມນຸມດ້ວຍຄວາມສະຫງົບ ພວກຕົນຈະຮ່ວມມືກັບກອງກຳລັງອື່ນໆ ເພື່ອຕໍ່ສູ້ກັບກອງທັບມຽນມາ.

ສ່ວນກອງກຳລັງສະຫະພາບແຫ່ງຊາດກະຫລ່ຽງ ( KNU ) ທີ່ຕໍ່ສູ້ກັບກອງທັບມຽນມາຢ່າງຍາວນານ ແຕ່ເຄີຍລົງນາມຢຸດຍິງໄປແລ້ວ ກໍ່ກັບມາຕໍ່ສູ້ອີກຄັ້ງ ສິ່ງດັ່ງກ່າວເຮັດໃຫ້ຊາວບ້ານປະມານ 3,000 ຄົນ ໜີເຂົ້າໄປໃນປະເທດໄທ ຫຼັງຈາກກອງທັບມຽນມາໄດ້ນຳໃຊ້ເຮືອບິນຖີ້ມລະເບີດໃສ່ເຂດ KNU ເພື່ອແກ້ແຄ້ນທີ່ KNU ຍຶດຖານທັບ ແລະ ຂ້າທະຫານໄປ 10 ຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...