spot_img
Homeຂ່າວພາຍ​ໃນຜູ້ນຳເກົາຫຼີໃຕ້ພ້ອມພັນລະຍາໃຫ້ກຳລັງໃຈ ແລະ ປອບໃຈນັກເຕະຫຼັງເກມທີ່ເສຍໃຫ້ກັບເມັກຊິໂກ 1-2

ຜູ້ນຳເກົາຫຼີໃຕ້ພ້ອມພັນລະຍາໃຫ້ກຳລັງໃຈ ແລະ ປອບໃຈນັກເຕະຫຼັງເກມທີ່ເສຍໃຫ້ກັບເມັກຊິໂກ 1-2

Published on

ສະຖານະການຂອງທີມຊາດເກົາຫຼີໃຕ້ ຈະມີໂອກາດຕົກຮອບແບ່ງກຸ່ມບານໂລກຄ່ອນຂ້າງສູງ ຫຼັງເສຍໃຫ້ ສະວີເດນ 0-1 ໃນເກມທຳອິດ ແລະ ເສຍໃຫ້ເມັກຊິໂກ 1-2 ໃນເກມທີສອງ ມີລາຍງານວ່າຫຼັງຈົບເກມທີສອງ ຊອນ ເຮືອງມິນ ກອງໜ້າຂອງທີມ ເສຍໃຈຈົນຮ້ອງໄຫ້ຢ່າໜັກ ແຕ່ກໍ່ພະຍາຍາມຄຸມສະຕິໃຫ້ດີຂຶ້ນ ເມື່ອຕ້ອງໃຫ້ສຳພາດກັບສື່ໂທລະທັດບ້ານເກີດ

ຊອນ ໃຫ້ສຳພາດວ່າ ພວກເຮົາທຸ້ມເທກັນສຸດຊີວິດໃນເກມນີ້ ຕົນພະຍາຍາມກັ້ນນ້ຳຕາແລ້ວ ແຕ່ກໍ່ບໍ່ໄຫວເມື່ອເຫັນໜ້າຂອງເພື່ອນຮ່ວມທີມໃນຫ້ອງແຕ່ງຕົວ ເພາະຮູ້ດີວ່າເກມນີ້ມັນຍາກພຽງໃດ ພວກເຮົາທຸ້ມເທກັນສຸດໆ ໂດຍບໍ່ຢ້ານເລີຍວ່າຈະຕ້ອງຮັບບາດເຈັບ ນອກຈາກນີ້ເຂົາຍັງຢາກຂອບໃຈທ້າວ ຮວາງ ຮີຊານ ກອງໜ້າຂອງທີມ, ມຸນ ຊອນມິນ ແລະ ອີ ຊິງວູ ສອງກອງກາງຂອງທີມ ເພາະເຮັດຜົນງານໃຫ້ທີມໄດ້ດີ ເຖິງແມ່ນວ່າຈະເຄີຍມາຫຼິ້ນບານໂລກໃນຮອບສຸດທ້າຍເປັນຄັ້ງທຳອິດກໍ່ຕາມ ສ່ວນ ກີ ຊອງເຍືອງ ກັບຕັນທີມ ຕົນຢາກຂໍໂທດເຂົາຫຼາຍໆ ເພາະບໍ່ສາມາດແບ່ງເບົາພາລະຂອງເຂົາໄດ້ເລີຍ ສຳລັບເກມທີ່ຕ້ອງພົບກັບເຢຍລະມັນນີ້ ເປັນໜ້າທີ່ທີ່ຕ້ອງເຮັດ ຈະພະຍາຍາມຫຼິ້ນໃຫ້ດີທີ່ສຸດເທົ່າທີ່ຄົນໆໜຶ່ງຈະເຮັດໄດ້.

ນອກຈາກນີ້ ມຸນແຈ-ອິນ ປະທານາທິບໍດີຂອງເກົາຫຼີໃຕ້ ແລະ ພັນລະຍາ ໄດ້ເຂົ້າໄປໃຫ້ກຳລັງໃຈ ແລະ ປອບໃຈນັກເຕະໃນຫ້ອງແຕ່ງຕົວ ຫຼັງເກມທີ່ເສຍໃຫ້ກັບເມັກຊິໂກ 1-2 ອີກດ້ວຍ ໂດຍຜູ້ນຳເກົາຫຼີໃຕ້ໄດ້ເດີນທາງມາທີ່ຣັດເຊຍເພື່ອເຮັດພາລະກິດກັບທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍ ໃນຊ່ວງເວລາດຽວກັນ.

https://youtu.be/QL0ngFHBGA8

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...