spot_img
Homeຂ່າວຕ່າງປະເທດ"ຜູ້ນຳເກົາຫຼີເໜືອ" ຂູ່! ປະເທດທີ່ເຫັນດີກັບການຂວ້ຳບາດກຽມຮັບຜົນກະທົບທີ່ຈະຕາມມາຢ່າງເຖິງທີ່ສຸດ 

“ຜູ້ນຳເກົາຫຼີເໜືອ” ຂູ່! ປະເທດທີ່ເຫັນດີກັບການຂວ້ຳບາດກຽມຮັບຜົນກະທົບທີ່ຈະຕາມມາຢ່າງເຖິງທີ່ສຸດ 

Published on

ເມື່ອວັນທີ 24 ທັນວາ 2017 ຈາກກໍລະນີທີ່ຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຫຼື ຢູເອັນເອສຊີ ໄດ້ລົງມະຕິຂວ້ຳບາດຮອບໃໝ່ ຫຼັງຈາກທີ່ເກົາຫຼີໃຕ້ໄດ້ເຮັດການທົດສອບຂີປະນາວຸດຂ້າມທະວີບຄັ້ງຫຼ້າສຸດ ເມື່ອວັນທີ 29 ພະຈິກ ທີ່ຜ່ານມາ ໂດຍການຂວ້ຳບາດໃນເທື່ອນີ້ກວມລວມໄປຮອດການສົ່ງອອກນ້ຳມັນໄປທີ່ເກົາຫຼີເໜືອ ເຊິ່ງຈະມີການຈຳກັດການສົ່ງອອກຜະລິດ ຕະພັນປິໂຕຣລຽມທີ່ຜ່ານມາໄວ້ທີ່ 500,000 ບາຣຣອນຕໍ່ປີ ຕາມມະຕິສະຫະປະຊາຊາດສະບັບໃໝ່

ຫຼ້າສຸດສຳນັກຂ່າວກາງຂອງເກົາຫຼີເໜືອ ໄດ້ອອກເຜີຍແຜ່ຖະແຫຼງການ ຂອງກະຊວງການຕ່າງປະເທດເກົາຫຼີເໜືອວ່າ ສະຫະລັດອາເມລິກາເກີດຢ້ານກົວຕໍ່ໂຄງການພັດທະນາ ແລະ ທົດສອບນິວເຄຣຍຂອງເກົາຫຼີເໜືອ ຈິ່ງເລັ່ງໜ້າກົດດັນໃຫ້ປະເທດຕ່າງໆ ແລະ ສະຫະປະຊາຊາດຂວ້ຳບາດເກົາຫຼີເໜືອ ໂດຍການປິດໂອກາດທາງເສດຖະກິດຂອງເກົາຫຼີເໜືອທຸກທາງ ຈົນກາຍເປັນການຄຸກຄາມອະທິປະໄຕຂອງປະເທດ

ເຊິ່ງການຮຽກຮ້ອງຂວ້ຳບາດຂອງສະຫະລັດໃນເທື່ອນີ້ ຖືເປັນການຜັກດັນໃຫ້ເກົາຫຼີເໜືອເລັ່ງເດີນໜ້າພັດທະນາ ແລະ ທົດສອບນິວເຄຣຍຕໍ່ໄປຢ່າງຕໍ່ເນື່ອງ ເພື່ອປ້ອງກັນໄພຄຸກຄາມໃຫ້ກັບປະເທດຕົນເອງ ເຊິ່ງຖ້າຫາກປະເທດໃດເຫັນດີ ແລະ ສະໜັບສະໜູນການຂວ້ຳບາດນີ້ ປະເທດນັ້ນໆຈະຕ້ອງຮັບຜິດຊອບຕໍ່ຜົນກະທົບທີ່ຈະຕາມມາຢ່າງເຖິງທີ່ສຸດ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...