spot_img
Homeຂ່າວຕ່າງປະເທດຜູ້ນຳອິນເດຍບອກປູຕິນວ່າ ຕອນນີ້ຍັງບໍ່ແມ່ນເວລາເຮັດສົງຄາມ

ຜູ້ນຳອິນເດຍບອກປູຕິນວ່າ ຕອນນີ້ຍັງບໍ່ແມ່ນເວລາເຮັດສົງຄາມ

Published on

ລາຍງນຈາກເມືອງຊາມາກັນ ປະເທດອຸດເບກິສຖານ ໃນວັນທີ 17 ກັນຍາ 2022 ວ່າ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ແລະ ທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ພົບປະຫາລືນອກຮອບການປະຊຸມສະມາຊິກອົງການຄວາມຮ່ວມມືຊຽງໄຮ້ (ເອສຊີໂອ) ທີ່ເມືອງຊາມາກັນ ໃນປະເທດອຸດເບກິສຖານ ໃນວັນສຸກທີ່ຜ່ານມານີ້.

ທັ້ງນີ້ ໃນຊ່ວງໜຶ່ງຂອງການສົນທະນາ ໂມດີ ໄດ້ກ່າວຢ່າງກົງໄປກົງມາກັບ ປູຕິນ ວ່າ “ຕອນນີ້ບໍ່ແມ່ນຊ່ວງເວລາຂອງການເຮັດສົງຄາມ ແຕ່ເປັນຊ່ວງເວລາສຳຄັນສຳລັບ ການເຄື່ອນໄຫວຂອງປະຊາທິປະໄຕ ການທູດ ແລະ ການເຈລະຈາ ເພື່ອສົ່ງເສີມສັນຕິພາບ”.

ຂະນະທີ່ປູຕິນ ໄດ້ຕອບວ່າ ລັດຖະບານມອສໂກ ຮັບຮູ້ ແລະ ເຂົ້າໃຈເປັນຢ່າງດີ ຕໍ່ທ່າທີຂອງອິນເດຍກ່ຽວກັບສະຖານະການໃນຢູເຄຣນ ແລະ ຣັດເຊຍພ້ອມດຳເນີນການຢ່າງສຸດຄວາມສາມາດ ເພື່ອຢຸດສົງຄາມໃນຄັ້ງນີ້ ໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.

ຢ່າງໃດກໍຕາມ ຜູ້ນຳຣັດເຊຍກ່າວເຖິງລັດຖະບານຢູເຄຣນວ່າ “ຍັງຄົງປະຕິເສດການເຈລະຈາຕາມແນວທາງສັນຕິ” ແລະ “ຕ້ອງບັນລຸເປົ້າໝາຍຂອງຕົນເອງໃນສະໜາມຮົບ”.

ປັດຈຸບັນ ອິນເດຍເປັນປະເທດນຳເຂົ້າອາວຸດລາຍໃຫຍ່ ອັນດັບ 2 ຂອງໂລກ ຮອງຈາກຊາອຸດິອາລະເບຍ ແລະ ສະຖິຕິລະຫວ່າງປີ 2016-2020 ລະບຸວ່າ 49,4% ຂອງອາວຸດທີ່ນຳເຂົ້າ ແມ່ນມາຈາກຣັດເຊຍ.

ແຫຼ່ງຂ່າວຈາກ CNN

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...