spot_img
Homeຂ່າວຕ່າງປະເທດຜູ້ນຳຣັດເຊຍ-ຈີນ ປະກາດເນັ້ນຢ້ຳ ຄັດຄ້ານລະບົບຕໍ່ຕ້ານຂີປະນາວຸດ THAAD ຂອງອາເມຣິກາ ຢູ່ເກົາຫລີໃຕ້

ຜູ້ນຳຣັດເຊຍ-ຈີນ ປະກາດເນັ້ນຢ້ຳ ຄັດຄ້ານລະບົບຕໍ່ຕ້ານຂີປະນາວຸດ THAAD ຂອງອາເມຣິກາ ຢູ່ເກົາຫລີໃຕ້

Published on

ສຳນັກຂ່າວຊິນຮົວຂອງຈີນ ລາຍງານໃນວັນທີ 4 ກໍລະກົດຜ່ານມານີ້ວ່າ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະຫາລືກັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ທີ່ນະຄອນຫລວງມົດສະກູ ປະເທດຣັດເຊຍ ໂດຍທັງສອງຝ່າຍເຫັນດີຍົກລະດັບຄວາມສຳພັນທະວິພາຄີໃຫ້ໜັກແໜ້ນຂຶ້ນຕື່ມ ແລະ ເພີ່ມທະວີການຮ່ວມມືໃນຫລາຍໆດ້ານ ຊຶ່ງຄາດວ່າຈະມີການລົງນາມໃນຂໍ້ຕົກລົງມູນຄ່າຫລາຍຕື້ໂດລາ.

ທັງສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບ ບັນຫາແຫລມເກົາຫລີ ແລະ ຊີຣີ ໂດຍເຫັນດີຮ່ວມກັນໃນການຊຸກຍູ້ການຊອກຫາທາງອອກຢ່າງເໝາະສົມກ່ຽວກັບແຫລມເກົາຫລີ ຜ່ານແນວທາງດ້ານການທູດ ແລະ ການເຈລະຈາ, ໃນນີ້ ກ່ຽວກັບກໍລະນີທີ່ສະຫະລັດອາເມຣິກາ ນຳເອົາລະບົບປ້ອງກັນຂີປະນາວຸດ THAAD ໄປປະຈຳການຢູ່ເກົາຫລີໃຕ້ ທ່ານ ສີຈິ້ນຜິງ ແລະ ທ່ານ ປູຕິນ ໄດ້ລະບຸຮ່ວມກັນວ່າ ການເຄື່ອນໄຫວດັ່ງກ່າວໄດ້ສ້າງຄວາມວິຕົກກັງວົນ ຕໍ່ສະຖຽນລະພາບທາງຍຸດທະສາດໃນພາກພື້ນ ແລະ ຣັດເຊຍກັບຈີນ ຂໍເນັ້ນຢ້ຳຈຸດຢືນຄັດຄ້ານການຕິດຕັ້ງລະບົບ THAAD ໃນເກົາຫລີໃຕ້.

ຖ້ອຍຖະແຫລງຮ່ວມກັນລະຫວ່າງຜູ້ນຳຣັດເຊຍ ແລະ ຈີນ ຍັງໄດ້ຮຽກຮ້ອງໃຫ້ລັດຖະບານອາເມຣິກາ ໂຈະການຕິດຕັ້ງລະບົບ THAAD ດັ່ງກ່າວ ເຖິງແມ່ນວ່າອາເມຣິກາຈະອ້າງວ່າ ມີຄວາມຈຳເປັນເພື່ອປ້ອງກັນໄພຄຸກຄາມທາງຂີປະນາວຸດຈາກເກົາຫລີເໜືອກໍຕາມ, ແຕ່ຣັດເຊຍ ແລະ ຈີນເຫັນວ່າ ລັດຖະບານອາເມຣິກາ ກຳລັງໃຊ້ເກົາຫລີເໜືອເປັນຂໍ້ອ້າງ ສຳລັບການຂະຫຍາຍໂຄງສ້າງພື້ນຖານທາງທະຫານຂອງຕົນເອງ ພາຍໃນພາກພື້ນອາຊີ ຊຶ່ງສົ່ງຜົນກະທົບຕໍ່ສະຖຽນລະພາບທາງຍຸດທະສາດໃນພາກພື້ນ.
 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...