spot_img
Homeຂ່າວເຫດການຜູ້ນຳພັກ-ລັດ ວາງພວງມາລາ ໃນໂອກາດວັນສ້າງຕັ້ງພັກ ຄົບຮອບ 61 ປີ

ຜູ້ນຳພັກ-ລັດ ວາງພວງມາລາ ໃນໂອກາດວັນສ້າງຕັ້ງພັກ ຄົບຮອບ 61 ປີ

Published on

ຂປລ.  ເນື່ອງໃນໂອກາດ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 61 ປີ (22/03/1955-22/03/2016) ບັນດາຜູ້ນຳ ພັກ-ລັດ ແຫ່ງ ສປປ ລາວ ນຳໂດຍ ສະຫາຍ ບຸນຍັງ ວໍລະຈິດ  ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການ ກົມການເມືອງ ສູນກາງພັກ, ປະທານສະພາແຫ່ງຊາດ, ສະຫາຍ  ອາຊາງ ລາວລີ ກຳມະການ ກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະມົນຕີ; ສະຫາຍ ທອງລຸນ ສີສຸລິດ ກໍາມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ມີບັນດາ ສະຫາຍ ກົມການເມືອງ ສູນກາງພັກ, ກຳມະການສູນກາງພັກ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີ ນັກຮົບນິລະນາມ ໃນຕອນເຊົ້າວັນທີ 22 ມີນາ 2016.

ການວາງພວງມາລາໃນຄັ້ງນີ້ ເພື່ອເປັນການສະແດງເຖິງ ຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ ແລະ ນ້ຳໃຈຕໍ່ສູ້ ຢ່າງພິລະ ອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດທີ່ເສຍສະຫລະຊີວິດ, ເລືອດເນື້ອເພື່ອ ປະເທດຊາດ ແລະ ປະຊາຊົນ ຢ່າງອົງອາດ ກ້າຫານ ພາຍໃຕ້ການຊີ້ນຳໆພາຂອງພັກ ປະຊາຊົນ ປະຕິວັດລາວ ຈົນໄດ້ຮັບໄຊຊະນະ ແລະ ປະກາດ ເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ເຊິ່ງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງດັ່ງກ່າວ ໄດ້ຖືກຈາລຶກໄວ້ ໃນຊີວິດຈິດໃຈ ຂອງທົ່ວປວງຊົນລາວທັງຊາດ ຕະຫລອດໄປ.

ໂອກາດດຽວກັນນີ້, ຍັງມີບັນດາຄະນະພັກ, ຄະນະນຳຈາກສະພາແຫ່ງຊາດ, ຄະນະລັດຖະບານ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມ ສູນກາງພັກ, ບັນດາກະຊວງ, ນະຄອນຫລວງວຽງຈັນ, ສູນກາງສະຫະພັນແມ່ຍິງລາວ, ສະຫະພັນນັກຮົບເກົ່າແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ວາງພວງມາລາ

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...