spot_img
Homeຂ່າວຕ່າງປະເທດຜູ້ນຳຝ່າຍຄ້ານເບລາຣຸສຖືກຕັດສິນຈຳຄຸກ ໃນບັ້ນ "ກວາດລ້າງ" ຂອງລູຄາເຊນໂຄ

ຜູ້ນຳຝ່າຍຄ້ານເບລາຣຸສຖືກຕັດສິນຈຳຄຸກ ໃນບັ້ນ “ກວາດລ້າງ” ຂອງລູຄາເຊນໂຄ

Published on

ເວັບໄຊ The Guardian ລາຍງານ: ທ່ານ ນາງ ມາເຣຍ ຄາເລສນິກາວາ (Maria Kalesnikava) ໜຶ່ງໃນຜູ້ນຳຝ່າຍຄ້ານທີ່ໂດດເດັ່ນ ທີ່ເປັນສັດຕູຄົນສຳຄັນຂອງ ອາເລັກຊານເດີ ລູຄາເຊນໂຄ, ຜູ້ນຳຜະເດັດການຂອງປະເທດ ຖືກຕັດສິນຈຳຄຸກເປັນເວລາ 11 ປີ ຂໍ້ຫາສົມຮູ້ຮ່ວມຄິດໃນການຢຶດອຳນາດ.

ນາງ ມາເຣຍ ຄາເລສນິກາວາ ເປັນໜຶ່ງໃນຜູ້ນຳຍິງສາມຄົນຂອງຝ່າຍຄ້ານປະທານາທິບໍດີຜະເດັດການ ລູຄາເຊນໂຄ, ໄດ້ນຳພາປະຊາຊົນຊາວເບລາຣຸສຫຼາຍໝື່ນຄົນລຸກຮື້ຂຶ້ນປະທ້ວງຄັ້ງໃຫຍ່ສຸດເມື່ອປີກາຍ ກ່ອນຖືກຈັບກຸມໃນເດືອນກັນຍາຂອງປີດຽວກັນ ພ້ອມນຳຕົວໄປທີ່ຊາຍແດນເຊິ່ງໄດ້ຮັບຄຳສັ່ງໃຫ້ໜີອອກນອກປະເທດ ແຕ່ຜູ້ນຳຄົນດັ່ງກ່າວໄດ້ຈີກໜັງສືເດີນທາງຖິ້ມ ພ້ອມສ່ຽງທີ່ຈະຢູ່ຄຸກແທນການລີ້ໄພ.

ອາເລັກຊານເດີ ລູຄາເຊນໂຄ, ປະທານາທິບໍດີເບລາຣຸສ ໄດ້ໃຊ້ຄວາມພະຍາຍາມຢ່າງເຕັມທີ່ໃນຊ່ວງຫຼາຍເດືອນຜ່ານມາ ເພື່ອລົງໂທດຝ່າຍກົງກັນຂ້າມທີ່ຕໍ່ຕ້ານລັດຖະບານ ພາຍໃຕ້ການດຳເນີນການທີ່ເອີ້ນວ່າ “ການກວາດລ້າງ” ອົງການທີ່ບໍ່ຊື່ສັດ ເຮັດໃຫ້ຜູ້ນຳຝ່າຍຄ້ານ ລວມທັງກຸ່ມຕໍ່ຕ້ານ ແລະນັກຂ່າວຂອງເບລາຣຸສຫຼາຍຄົນຈຳຕ້ອງໄດ້ອົບພະຍົບໜີໄປລີ້ໄພໃນປະເທດຕ່າງໆ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...