spot_img
Homeມຸມຂ່າວ AECຜູ້ນຳປະເທດເພື່ອນມິດສົ່ງສານອວຍພອນວັນຊາດເຮົາ

ຜູ້ນຳປະເທດເພື່ອນມິດສົ່ງສານອວຍພອນວັນຊາດເຮົາ

Published on

ดาวน์โหลด

ໃນວັນທີ 24 ທັນວາ 2013 ນີ້, ພະນະທ່ານມາຮິນດາ ຣາຈາປັກຊາ ປະທານາທິບໍດີແຫ່ງສາທາລະນະລັດ ປະຊາທິ ປະໄຕ ສັງຄົມນິຍົມສີລັງກາ ໄດ້ສົ່ງສານອວຍພອນມາຍັງພະ ນະທ່ານຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ເຊິ່ງມີເນື້ອໃນວ່າ:
ພະນະທ່ານ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບ ອຸ່ນ ແລະ ສົ່ງພອນໄຊອັນປະເສີດມາຍັງພະນະທ່ານ, ລັດຖະ ບານ ແລະ ປະຊາຊົນແຫ່ງ ສປປ ລາວ ໃນໂອກາດຄົບຮອບ 38 ປີ ແຫ່ງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ສີລັງກາ ແລະ ສປປ ລາວ ມີຄວາມຍິນດີຕໍ່ສາຍພົວພັນມິດ ຕະພາບອັນອົບອຸ່ນຂອງສອງຝ່າຍຕະຫຼອດໄລຍະຫຼາຍໆປີທີ່ຜ່ານມາ,ຂ້າພະເຈົ້າເຊື່ອຫມັ້ນວ່າສາຍພົວພັນອັນຍືນຍາວ ດັ່ງກ່າວຂອງສອງປະເທດພວກເຮົາຈະສືບຕໍ່ມີຄວາມເຂັ້ມ ແຂງ ແລະ ເພີ່ມທະວີຂຶ້ນເລື້ອຍໆເພື່ອຜົນປະໂຫຍດຂອງປະ ຊາຊົນ ສອງຊາດພວກເຮົາໃນຊຸມປີຕໍ່ຫນ້າ.
ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ມີຄວາມຜາສຸກດ້ວຍ ຄວາມເຄົາລົບ ແລະ ນັບຖື ຢ່າງສູງ.
ໂອກາດດຽວກັນນີ້ພະນະ ທ່ານ ລີມັນຊູ ປະທານາທິບໍດີ ແຫ່ງສາທາລະນະລັດ ອາຫຼັບ ອີຢິບ, ພະນະທ່ານດຣ.ອັບ ດູນຫາມິດ ປະທານາທິບໍດີ ແຫ່ງສາທາລະນະລັດ ປະຊາ ຊົນບັງກະລາເດດສ, ພະນະ ທ່ານ ດຣ.ລາມບາແລນຢາ ດາບ ປະທານປະເທດແຫ່ງ ເນປານ, ມູຫາເມດ 6 ມະຫາ ກະສັດແຫ່ງຣົກໂກ ຕ່າງກໍ່ໄດ້ ສົ່ງສານອວຍພອນເຖິງພະນະ ທ່ານຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວເຊັ່ນດຽວກັນ.

 

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...