spot_img
Homeຂ່າວຕ່າງປະເທດຜູ້ນຳບັງກະລາເທດຊີ້ ຜູ້ອົບພະຍົບອອກນອກປະເທດທາງທະເລ ຄືພວກໂລກຈິດ!

ຜູ້ນຳບັງກະລາເທດຊີ້ ຜູ້ອົບພະຍົບອອກນອກປະເທດທາງທະເລ ຄືພວກໂລກຈິດ!

Published on

620352-01

ນາຍົກລັດຖະມົນຕີບັງກະລາເທດ ອອກມາຊີ້ແຈງວ່າ ຜູ້ອົບພະຍົບທີ່ລອຍຄ້າງຢູ່ກາງທະເລ ເປັນພວກປ່ວຍທາງຈິດ ແລະ ທຳລາຍກຽດສື່ສຽງຂອງປະເທດ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2​5 ພຶດສະພານີ້ວ່າ ທ່ານນາງ ຊີກ ຮາສິນ່າ ນາຍົກລັດຖະມົນຕີຍິງຄົນທຳອິດຂອງບັງກະລາເທດ ໄດ້ອອກມາກ່າວເຖິງວິກິດການຜູ້ອົບພະຍົບ ໃນອາຊີຕາເວັນອອກສຽງໃຕ້ວ່າ ຢູ່ບັງກະລາເທດ ມີຕຳແໜ່ງງານພຽງພໍທີ່ຈະຮອງຮັບກຸ່ມຄົນເຫລົ່ານີ້ ແຕ່ຄົນພວກນີ້ຍັງໜີອອກຈາກປະເທດ ດ້ວຍວິທີຫາຍະນະ ພ້ອມກັບກ່າວອີກວ່າ ກຸ່ມຜູ້ອົບພະຍົບທີ່ລອຍຄໍຢູ່ກາງທະເລເປັນພວກປ່ວຍທາງຈິດ ທີ່ໜີອອກນອກປະເທດໄປຫາວຽກເຮັດງານທຳ ທັງທີ່ສາມາດມີຊີວິດທີ່ດີກ່ວາໃນບັງກະລາເທດໄດ້.

ນອກຈາກນີ້ ນາຍົກລັດຖະມົນຕີບັງກະລາເທດຍັງກ່າວຕໍ່ອີກວ່າ ກຸ່ມຜູ້ອົບພະຍົບໄດ້ສ້າງຄວາມເສື່ອມເສຍຕໍ່ກຽດຊື່ສຽງຂອງປະເທດ ໃນສາຍຕາຂອງສາກົນ ພ້ອມກັບສັ່ງການໃຫ້ເຈົ້າໜ້າທີ່ ສະກັດກຸ່ມຜູ້ອົບພະຍົບ ແລະ ປາບປາມການຄ້າມະນຸດຢ່າງເດັດຂາດ.

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...