spot_img
Homeຂ່າວທ້ອງຖິ່ນຜູ້ທີ່ລະເມີດຊັບສິນທາງປັນຍາຈະຖືກລົງໂທດຕັດອິດສະລະພາບແຕ່ 1-3 ປີ

ຜູ້ທີ່ລະເມີດຊັບສິນທາງປັນຍາຈະຖືກລົງໂທດຕັດອິດສະລະພາບແຕ່ 1-3 ປີ

Published on

ບັນຫາການລະເມີດລິຂະສິດ ຫຼື ຊັບສິນທາງປັນຍາ ຍັງຄົງເປັນບັນຫາຊໍ້າເຮື້ອທີ່ແກ້ໄຂຍາກ ເຊິ່ງກໍ່ໃຫ້ເກີດຜົນທົບຕໍ່ເຈົ້າຂອງຜົນງານ ລວມເຖິງສົ່ງຜົນກະທົບຕໍ່ພາກເສດຖະກິດຂອງປະເທດ.​

ການລະເມີດລິຂະສິດ, ການປອມແປງຜະລິດຕະພັນໃນປະເທດລາວຍັງມີໃຫ້ພົບເຫັນ ຈາກກໍລະນີເຈ້ຍອານາໄມຍີ່ຫໍ້ Vila ປອມທີ່ອອກຂາຍເຕັມທ້ອງຕະຫຼາດ ແລະ ຮ້ານຄ້າໃນປັດຈຸບັນ ມັນໄດ້ສົ່ງຜົນກະທົບຕໍ່ເຈົ້າຂອງແບຣນ Vila ທີ່ມີການຈົດທະບຽນຖືກຕ້ອງຕາມກົດໝາຍ ຈົນໄດ້ອອກມາແຈ້ງໃຫ້ຜູ້ຊົມໃຊ້ທົ່ວສັງຄົມໄດ້ຮັບຮູ້ກັບຖ້ວນໜ້າ.

ໃນ ສປປ ລາວ ມີກົດໝາຍວ່າດ້ວຍຊັບສິນທາງປັນຍາ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳແກ່ເຈົ້າຂອງຊັບສິນທາງປັນຍາ ທີ່ໄດ້ຂຶ້ນທະບຽນຢ່າງຖືກຕ້ອງຕາມລະບຽບກົດໝາຍ. ໃນກໍລະນີທີ່ມີຜູ້ລະເມີດລິຂະສິດຝ່າຍຜູ້ເປັນເຈົ້າຂອງລິຂະສິດສາມາດດຳເນີນການຮ້ອງຟ້ອງຕໍ່ອີກຝ່າຍໄດ້ ເຊິ່ງລະບຸໄວ້ໃນ ມາດຕາ 132 (ໃໝ່) ການດໍາເນີນຄະດີກ່ຽວກັບການລະເມີດສິດຕໍ່ຊັບສິນທາງປັນຍາ ຜູ້ຖືກເສຍຫາຍຈາກການລະເມີດສິດຕໍ່ຊັບສິນທາງປັນຍາຂອງຕົນ ມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອດໍາເນີນຄະດີຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງແລະກົດໝາຍອື່ນທີ່ກ່ຽວຂ້ອງ.

ອີງຕາມກົດໝາຍປະມວນອາຍາ ມາດຕາ246 ການລະເມີດຊັບສິນທາງປັນຍາ ບຸກຄົນໃດຫາກໄດ້ລະເມີດສິດຕໍ່ຊັບສິນທາງປັນ ຍາ,ປອມແປງ, ຕົວະຍົວະ, ຫຼອກລວງ, ແຂ່ງຂັນທີ່ບໍ່ເປັນທໍາກ່ຽວກັບຊັບສິນທາງປັນຍາຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີ ຫາ ສາມປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝແຕ່ຫ້າລ້ານກີບ ຫາ ຊາວລ້ານກີບ.

 

ບົດຂ່າວໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...