spot_img
Homeຂ່າວຕ່າງປະເທດຜູ້ຕິດເຊື້ອໄວຣັສຝີດາດລີງຍັງບໍ່ທັນໄດ້ໜີ

ຜູ້ຕິດເຊື້ອໄວຣັສຝີດາດລີງຍັງບໍ່ທັນໄດ້ໜີ

Published on

ຫຼັງຈາກທີ່ໄດ້ມີຂ່າວແຜ່ອອກມາຫຼາຍເຖິງການລົບໜີຂອງຜູ້ຕິດເຊື້ອຝີດາດລີງ ຫຼື ໝາກສຸກລີງໜີອອກຈາກໂຮງໝໍໃນພູເກັດ ແທ້ຈິງແລ້ວລາວພັກຢູ່ໂຮງແຮມ.

ອ້າງອີງຈາກ Thaiger ລາຍງານວ່າ: ຜູ້ຕິດເຊື້ອເປັນຄົນສັນຊາດ ໄນຈີເຣຍ ອາຍຸ 27 ປີ ລາວໄດ້ມີອາການໃນວັນທີ 9 ກໍລະກົດ ແລະ ໄດ້ຮັບການທົດສອບໃນວັນທີ 16 ກໍລະກົດ ທີ່ໂຮງໝໍເອກະຊົນໃນພູເກັດ ແລະ ໄດ້ຮັບຄຳສັ່ງໃຫ້ແຍກຕົວຢູ່ທີ່ອະພາດເມັ້ນຂອງລາວ ແລ້ວໄດ້ຮັບຜົນກວດເປັນບວກໃນວັນທີ 18 ກໍລະກົດ.

ໃນວັນທີ 18 ກໍລະກົດ ເຈົ້າໜ້າທີ່ໄດ້ເຂົ້າໄປບ່ອນພກຂອງລາວ ເພື່ອຮັບ ແລະ ນຳສົ່ງໂຮງໝໍເພື່ອຮັບການຮັກສາ ປາກົດວ່າລາວບໍ່ໄດ້ຢູ່, ແຕ່ລາວໄດ້ໄປຢູ່ທີ່ໂຮງແຮມແຫ່ງໜຶ່ງ ຕາມທີ່ຕຳຫຼວດກວດພົບໃນພາຍຫຼັງ.

ໃນວັນທີ 19 ກໍລະກົດ ຜູ້ຊາຍຄົນນັ້ນ ໄດ້ໂທມາທີ່ໂຮງໝໍ ແລະ ບອກວ່າຈະເຂົ້າໄປໂຮງໝໍໃນຕອນແລງ ແລ້ວມື້ຕໍ່ມາ ລາວໄດ້ວາງກະແຈໄວ້ຢູ່ພະແນກຕ້ອນຮັບ ແລະ ຂັບລົດອອກໄປ ຕາມພາບກ້ອງວົງຈອນ.

ໂດຍຕຳຫຼວດບອກວ່າ ລາວຍັງຄົງຢູ່ໃນພູເກັດ ຫຼື ລາວຈະອອກໄປແລ້ວ , ຕຳຫຼວດໄດ້ສອບຖາມ 142 ຄົນຈາກສະຖານທີ່ບັນເທິງ 2 ແຫ່ງ ທີ່ຜູ້ຕິດເຊື້ອເຄີຍໄປມາກ່ອນທີ່ລາວ ຈະສະແດງອາການທີ່ໂຮງໝໍ, ຍັງບໍ່ມີລາຍງານວ່າມີຄົນໃກ້ຊິດກັບລາວເທື່ອ ແຕ່ພົບວ່າມີ 5 ຄົນທີ່ມີອາການໄຂ້ສູງ ກໍໄດ້ຮັບການກວດສຳລັບໄວຣັສຝີດາດລີງ.

ຄົນອີກ 2 ຄົນ ທີ່ໄດ້ພັກຢູ່ນຳລາວມີຄວາມສ່ຽງສູງທີ່ຈະຕິດເຊື້ອໄວຣັສ ແລະ ໄດ້ຮັບການທົດສອບທັງ 7 ຄົນ ແລ້ວ ຜົນອອກມາເປັນລົບ.

ຂະນະນີ້ ຍັງຄົງມີການສອບສວນຕື່ມອີກວ່າ ມີໃຜແນ່ທີ່ສຳພັດໃຫ້ຊິດກັບຜູ້ຕິດເຊື້ອ ແລະ ຄວນເຂົ້າຮັບການກວດ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...