spot_img
Homeຂ່າວພາຍ​ໃນຜູ້ຕາງຫນ້າຖາວອນແຫ່ງ ສປປ ລາວຄົນໃຫມ່ ຍື່ນສານຕາຕັ້ງຕໍ່ຫົວຫນ້າອຳນວຍການໃຫຍ່ ຫ້ອງການສະຫະປະຊາຊາດ

ຜູ້ຕາງຫນ້າຖາວອນແຫ່ງ ສປປ ລາວຄົນໃຫມ່ ຍື່ນສານຕາຕັ້ງຕໍ່ຫົວຫນ້າອຳນວຍການໃຫຍ່ ຫ້ອງການສະຫະປະຊາຊາດ

Published on

tue10sep5

ທ່ານທອງຜ່ານ ສະຫວັນ ເພັດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານກາຊິມ ໂຈມາ ໂຕກາ ເຢບ, ຫົວຫນ້າອຳນວຍການ ໃຫຍ່ຫ້ອງການອົງການສະ ຫະປະຊາຊາດເພື່ອດຳລົງ ຕຳແຫນ່ງເປັນເອກອັກຄະ ລັດຖະທູດ ຜູ້ຕາງຫນ້າຖາ ວອນແຫ່ງ ສປປ ລາວ ຄົນ ໃຫມ່ປະຈຳຫ້ອງການສະຫະ ປະຊາຊາດ    ແລະ    ອົງການຈັດຕັ້ງສາກົນອື່ນໆ ທ່ີນະຄອນ ເຊີແນວ, ປະເທດສະວິດ.
ໂອກາດນີ້ທ່ານ ກາຊິມ ໂຈມາ ໂຕກາເຢບ ໄດ້ກ່າວ ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ ທ່ານທອງຜ່ານ ສະຫວັນເພັດ ທ່ີໄດ້ຖືກແຕ່ງຕັ້ງເປັນເອກອັກ ຄະລັດຖະທູດຜູ້ຕາຫນ້າຖາ ວອນແຫ່ງ ສປປ ລາວ ປະຈຳ ຫ້ອງການ ສປຊ ຄົນໃຫມ່ທ່ີ ເຊີແນວ ເພື່ອສືບຕໍ່ຮ່ວມມືກັບ ອົງການ ສປຊ ກໍຄືອົງການຈັດ ຕັ້ງສາກົນອື່ນໆ, ສ່ວນທ່ານ ເອກອັກຄະລັດຖະທູດ ກໍໄດ້ ນຳເອົາຄວາມຢື້ຶຢາມຖາມ ຂ່າວອັນອົບອຸ່ນຂອງພະນະ ທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ສົ່ງມາຍັງພະນະທ່ານ ບານກີມູນ, ເລຂາທິການໃຫຍ່ ຂອງອົງການ ສປຊ ແລະ ໄດ້ ສະແດງຄວາມຂອບໃຈມາຍັງ ອົງການ ສປຊ ທ່ີໄດ້ໃຫ້ການ ຊ່ວຍເຫລືອຕໍ່ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງເປັນ ການປະກອບສ່ວນທ່ີສຳຄັນ ໃນການສ້າງສາພັດທະນາ ເສດຖະກິດ-ສັງຄົມຢູ່ ສປປ ລາວ ແລະ ຫວ່າງວ່າ ອົງການ ສປຊ ຈະສືບຕໍ່ໃຫ້ການຊ່ວຍ ເຫຼືອ ເພື່ອເຮັດໃຫ້ ສປປ ລາວ ບັນລຸເປົ້າໝາຍສະຫັດສະ ຫວັດດ້ານການພັດທະນາໃນ ປີ 2015 ແລະ ຫຼຸດພົ້ນອອກ ຈາກສະຖານະພາບ ໃນ ການເປັນປະເທດດ້ອຍພັດ ທະນາໃນປີ 2020.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...