spot_img
Homeຂ່າວຕ່າງປະເທດຜູ້ຍິງຄົນສະກັອດແລນ ເສຍຊີວິດປິດສະໜາຫຼາຍອາທິດ

ຜູ້ຍິງຄົນສະກັອດແລນ ເສຍຊີວິດປິດສະໜາຫຼາຍອາທິດ

Published on

ອີງຕາມການລາຍງານຂ່າວ ຂອງເວັບໄຊເດລີ່ເມວ ໃນວັນທີ 24 ພະຈິກວ່າ ໄດ້ເກີດການທີ່ບໍ່ຄາດຄິດຂຶ້ນ ໃນວັນທີ10 ພະຈິກຜ່ານມາ ເມື່ອທາງເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມ ຈາກຊາວບ້ານໃນເຂດເມືອງອາຍເຊີ ປະເທດສະກັອດແລນ ວ່າໄດ້ກິ່ນເນົ່າເໝັນມາຈາກເຮືອນຂ້າງ, ຈຶ່ງໄປກວດເບິ່ງເຮືອນດັ່ງກ່າວ ຈົນໄດ້ພົບເຫັນສົບນາງ ຊາລອນກຣີນົບ ອາຍຸ 46 ປີ ເຈົ້າຂອງເຮືອນ ນອນເນົ່າເໝັນຢູ່ເທິງຕຽງ ສະພາບຄໍໄດ້ຮັບບາດເຈັບ ຄິດວ່າເສຍຊີວິດມາແລ້ວຫຼາຍອາທິດ

ຫຼັງຈາກນັ້ນ ທາງເຈົ້າໜ້າທີ່ໄດ້ເຂົ້າໄປສືບສວນບ່ອນເກີດເຫດ ໄດ້ພົບເຊຍ໌ລາ ອາຍຸ 19 ປີ ແລະລິນເນດ ອາຍຸ 38 ປີ ເຊິ່ງເປັນລູກສາວ ແລະນ້ອງສາວຂອງຊາລອນອາໄສຢູ່ໃນບ້ານ, ເຊິ່ງທັງສອງໄດ້ລ້ຽງແມງມຸມ, ໜູ, ກະຕ່າຍ, ແມວ ໝາ ເອົາໄວ້ໃນເຮືອນນຳ, ຟີນ ມາຕິນ ອາຍຸ 67 ປີ ເປັນຄົນຂ້າງເຮືອນ ໄດ້ເປີດເຜີຍວ່າ ຕົນເອງເຄີຍຖາມລິນເນດວ່າ ຊ່ວງນີ້ຊາລອນໄປໃສຄືບໍ່ຄ່ອຍເຫັນ, ລາວກໍບອກວ່າ ພາເອື້ອຍໄປນອນຢູ່ເທິງຕຽງແລ້ວ, ກໍບໍ່ຮູ້ວ່າເກີດຫຍັງຂຶ້ນກັບເອື້ອຍ ແລະລາວບໍ່ໄດ້ເຮັດຫຍັງເລີຍກ່ອນທີ່ຈະແຈ້ງຕຳຫຼວດ

ຊາລອນ ເປັນອຳມະພາດ ຕ້ອງໄດ້ໃຊ້ໄມ້ເທົ້າຊ່ວຍ ແຕ່ສ່ວນຫຼາຍຈະເຫັນລາວໃຊ້ລົດເຂັນ ຍັງບວກກັບການເຈັບປ່ວຍໜັກຍ້ອນ ໜອນຮອງກະດູກສັນຫຼັງທັບເສັ້ນປະສາດ, ເຫດການດັ່ງກ່າວນີ້ ເປັນຄະດີທີ່ບໍ່ເຄີຍເຫັນມາກ່ອນ ແລະຍັງບໍ່ສາມາດສະຫຼຸບສາເຫດຂອງການເສຍຊີວິດຂອງຊາລອນໄດ້

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...