spot_img
Homeຂ່າວທ້ອງຖິ່ນຜູ້ຂັບຂີ່ຍານພາຫະນະສັບສົນອີກຄັ້ງຕົກລົງລ້ຽວຂວາໄດ້ ຫຼື ບໍ່

ຜູ້ຂັບຂີ່ຍານພາຫະນະສັບສົນອີກຄັ້ງຕົກລົງລ້ຽວຂວາໄດ້ ຫຼື ບໍ່

Published on

ຕາມແຫລ່ງຂາວເມື່ອວັນທີ 24 ມິຖຸນາ 2017 ທີ່ຜ່ານມາ ມີຜູ້ໃຊ້ເຟສບຸກທ່ານໜຶ່ງຊື່ Nouth Vannaphone Souriya
ໄດ້ໂພສຕ໌ໃບບິນ (ບົດບັນທິກສາລະພາບ) ໄດ້ເນື້ອໃນລະບຸວ່າ ລະເມີດໄຟອຳນາດ ລ້ຽວຂວາ ຄວາມຜິດຕໍ່ການລະເມີດກົດຈາລະຈອນເຈົ້າໜ້າທີ່ຈິ່ງໄດ້ກັກໜັງສືທະບຽນລົດຖາວອນໄວ້ ໂດຍບົດບັນທຶກສາລະພາບນີ້ໃຊ້ໄດ້ພາຍໃນກຳນົດ 5 ວັນ, ໃຫ້ຜູ່ຂັບຂີ່ໄປພົວພັນເອົາຢູ່ກອງຮ້ອຍຈາລະຈອນ ເມືອງ ສີໂຄດຕະບອງ ຖ້າກາຍກຳນົດຈະຖືກປັບໃໝມື້ລະ 3,000 ກີບ.

ເຫດການນີ້ໄດ້ເກີດຂຶ້ນເມື່ອນາງ ນຸດ ເຈົ້າຂອງເຟສບຸກ ໄດ້ຂັບລົດມາຮອດ 4 ແຍກໄຟແດງດົງນາໂຊກແລ້ວລ້ຽວຂວາຕາມປົກກະຕິ ເພາະທີ່ຜ່ານມາກໍ່ສາມາດລ້ຽວໄດ້ ແລະ ເຫັນປະຊາຊົນທີ່ໃຊ້ລົດຕາມທ້ອງຖະໜົນກໍ່ລ້ຽວຂວາເປັນປະຈຳ.

ບັນຫານີ້ມັນໄດ້ສ້າງຄວາມສັບສົນໃຫ້ກັບຜູ້ໃຊ້ລົດໃຊ້ຖະໜົນອີກຄັ້ງໜຶ່ງໃນການລ້ຽວຂວາທີ່ 3 ແຍກ ຫຼື 4 ແຍກ ໄຟແດງ ຕົກລົງວ່າລ້ຽວຂວາໄດ້ ຫຼື ບໍ່ໄດ້ກັນແທ້ ເຊິ່ງກ່ຽວກັບເລື່ອງນີ້ແມ່ນຕ້ອງໄດ້ຂໍໃຫ້ໜ່ວຍງານທີ່ກ່ຽວຂ້ອງແແກມາຊີ້ແຈ້ງໃຫ້ປະຊາຊົນໄດ້ເຂົ້າໃຈກັນອີກຄັ້້ງໜຶ່ງ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...