spot_img
Homeຂ່າວຕ່າງປະເທດຜູ້ກະຊາກໜ້າກາກອາເມລິກາ " ສະໂນເດນ " ຍື່ນໜັງສືຂໍລີ້ໄພຕໍ່ໃນຣັດເຊຍ

ຜູ້ກະຊາກໜ້າກາກອາເມລິກາ ” ສະໂນເດນ ” ຍື່ນໜັງສືຂໍລີ້ໄພຕໍ່ໃນຣັດເຊຍ

Published on

 

Edward Snowden
ເອັດເວີດ ສະໂນເດນ ຜູ້ອອກມາເປີດໂປງການສອດແນມຂອງສະຫະລັດຕໍ່ຊາວໂລກ

 

ເອັດເວີດ ສະໂນເດນ ອະດີດພະນັກງານສັນຍາຈ້າງ ຂອງສະພາຄວາມໝັ່ນຄົງແຫ່ງຊາດ ຂອງສະຫະລັດອາເມລິກາ

ກຳລັງຍື່ນໜັງສືຂໍລີ້ໄພໃນຣັດເຊຍຕໍ່ ຫຼັງຈາກທີ່ລັດຖະບານຣັດເຊຍອະນຸຍາດໃຫ້ເຂົາລີ້ໄຟທາງການເມືອງຊົ່ວຄາວ

ເປັນເວລາ 1 ປີ ເຊິ່ງຈະສິ້ນສຸດໃນເດືອນກໍລະກົດນີ້.

 

ຂ່າວລ່າສຸດລາຍງານຈາກນະຄອນຫຼວງມົດສະກູ ໂດຍອ້າງເຖິງ ທ່ານ ອະນາໂຕລີ ຄູເຊຣີນາ ທະນາຍຄວາມຂອງ

ເອັດເວີດ ສະໂນເດນ ໄດ້ລະບຸວ່າ ເວລານີ້ ສະໂນເດນ ໄດ້ຍື່ນໜັງສືຂໍລີ້ໄພທາງການເມືອງໃນຣັດເຊຍອີກຕໍ່ ກ່ອນ

ທີ່ການອະນຸຍາດຂອງທາງການມົດສະກູ ທີ່ໃຫ້ເຂົາລີ້ໄພຊົ່ວຄາວເປັນເວລາ 1 ປີ ຈະຄົບກຳນົດ ໃນວັນທີ 31 ກໍລະ

ກົດ 2014 ນີ້.

 

ເຖິງຢ່າງໃດກໍຕາມ ຈົນເຖິງຂະນະນີ້ ຍັງບໍ່ເປັນທີ່ຊັດເຈນວ່າ ສະໂນເດນ ຈະຍື່ນຂໍລີ້ໄພຄັ້ງໃໝ່ ເປັນໄລຍະເວລາ

ເທົ່າໃດ ທ່າມກາງກະແສຂ່າວທີ່ລະບຸວ່າ ເຂົາອາດຈະຍື່ນຂໍຖືສັນຊາດຣັດເຊຍຢ່າງເປັນທາງການ ອີກດ້ວຍເຊັ່ນ

ກັນ ເພື່ອໃຫ້ຕົນເອງມີສະຖານະເປັນພົນລະເມືອງຣັດເຊຍເຕັມຂັ້ນ ແທນການຖືສະຖານະຜູ້ລີ້ໄພຢ່າງທີ່ເປັນ

ຢູ່ໃນປະຈຸບັນ.

 

ເນື່ອງຈາກ ສະໂນເດນ ອາໄສຢູ່ໃນຣັດເຊຍ ຕັ້ງແຕ່ເດີນທາງອອກມາຈາກ ເຂດປົກຄອງພິເສດຮ່ອງກົງ ຂອງ

ສປ ຈີນ ໃນເດືອນມິຖຸນາ ປີ 2013 ຜ່ານມາ, ຫຼັງຈາກທີ່ເຂົາໄດ້ອອກມາເປີດໂປງ ການສອດແນມລັບຂອງ

ໜ່ວຍສືບຂ່າວສະຫະລັດ ທີ່ມີລັດຖະບານ ແລະ ໜ່ວຍງານຂອງຕ່າງປະເທດ ຕົກເປັນເປົ້າໝາຍ ຜ່ານທາງ

ສື່ມວນຊົນໃນອັງກິດ ແລະ ຕັ້ງແຕ່ນັ້ນເປັນຕົ້ນມາ ເຂົາກໍບໍ່ສາມາດທີ່ຈະເດີນທາງອອກຈອກສະໜາມບິນ

ນະຄອນຫຼວງມົດສະກູໄດ້ ຫຼັງໜັງສືເດີນທາງຂອງເຂົາ ຖືກເພີກຖອນ ສົ່ງຜົນເຮັດໃຫ້ສະໂນເດນ ຕ້ອງໃຊ້

ສະໜາມບິນມົດສະກູ ເປັນເຮືອນຢູ່ຫຼາຍອາທິດ ຈົນກ່ວາເຂົາຈະໄດ້ຮັບສະຖານະຜູ້ລີ້ໄພຊົ່ວຄາວ ເປັນເວລາ

1 ປີ ຈາກປະທານາທິບໍດີ ປູຕິນ ຂອງຣັດເຊຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...