spot_img
Homeມູມໄອທີລາວຜູ່ຊ່ຽວຊານດ້ານ AI ຮຽກຮ້ອງໃຫ້ສະຫະປະຊາຊາດຫ້າມພັດທະນາຫຸ່ນຍົນມືສັງຫານ

ຜູ່ຊ່ຽວຊານດ້ານ AI ຮຽກຮ້ອງໃຫ້ສະຫະປະຊາຊາດຫ້າມພັດທະນາຫຸ່ນຍົນມືສັງຫານ

Published on

ຈົດໝາຍທີ່ຖືກລົງນາມໂດຍ Elon Musk, Mustafa Suleyman ຜູ້ກໍ່ຕັ້ງ Google Deepmind ແລະ ຜູ່ຊ່ຽວຊານດ້ານ AI ແລະ ຫຸ່ນຍົນອີກ 114 ຄົນ ຮຽກຮ້ອງໃຫ້ສະຫະປະຊາຊາດປ້ອງກັນ “ການປະຕິວັດສົງຄາມໂລກຄັ້ງທີ 3” ໂດຍການສັ່ງຫ້າມການພັດທະນາອາວຸດອັດຕະໂນມັດຮ້າຍແຮງທຸກຊະນິດ

ຈົດໝາຍດັ່ງກ່າວນີ້ໄດ້ຖືກເປີດເຜີຍອອກມາໃນຊ່ວງເວລາໃກ້ຄຽງກັບການປະຊຸມດ້ານ AI ທີ່ໃຫຍ່ທີ່ສຸດໃນໂລກ IJCAI 2017 ເຊິ່ງໄດ້ຈັດຂຶ້ນທີ່ເມືອງ ເມລເບຣິນ ປະເທດອອສເຕຣເລຍໃນອາທິດນີ້ ເນື້ອໃນຈົດໝາຍໄດ້ເຕືອນວ່າໃນອານາຄົດອັນໃກ້ນີ້ເຄື່ອງຈັກຫຸ່ນຍົນອິດສະຫຼະສາມາດທີ່ຈະເລືອກ ແລະ ຈັດການເປົ້າໝາຍດ້ວຍຕົນເອງ ເຊິ່ງມີຄົນບໍລິສຸດຢູ່ຮ່ວມຢູ່ໃນກຸ່ມນັກຮົບເປັນສັດຕູນຳ

ບໍແມ່ນຄັ້ງທຳອິດທີ່ Muskແລະ ກຸ່ມທີ່ມີຄວາມເຫັນແບບດຽວກັນໄດ້ຮວມຕົວເພື່ອອະທິບາຍໃຫ້ເຫັນອັນຕະລາຍຂອງອາວຸດອັດຕະໂນມັດທີ່ມີຕໍ່ມະນຸດ  ເຊິ່ງໃນປັດຈຸບັນນີ້ເທັກໂນໂລຢີຫຸ່ນຍົນສັງຫານໃນອານາຄົດມີຢູ່ພ້ອມຮຽບຮ້ອຍແລ້ວ ທັງທາງບົກ ທາງທະເລ ແລະ ທາງອາກາດ ແຕ່ກົດໝາຍທີ່ໃຊ້ຄວບຄຸມອາວຸດເຫຼົ່ານີ້ຍັງບໍ່ທັນຖືກຂຽນຂຶ້ນ

 

 

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...