spot_img
Homeຂ່າວທ້ອງຖິ່ນປ້ອງກັນໂຄວິດ-19! ລາວມີ 2 ແຂວງສັ່ງປິດດ່ານເຂົ້າ-ອອກ ຊົ່ວຄາວ

ປ້ອງກັນໂຄວິດ-19! ລາວມີ 2 ແຂວງສັ່ງປິດດ່ານເຂົ້າ-ອອກ ຊົ່ວຄາວ

Published on

ຫ້ອງວ່າການ ແຂວງ ອັດຕະປື ໄດ້ອອກແຈ້ງການ ເມື່ອບໍ່ດົນມານີ້ວ່າ: ແຂວງອັດຕະປືໄດ້ສັ່ງປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ເຂົ້າ-ອອກ ຊົ່ວຄາວ ທີ່ຕິດກັບ ແຂວງ ກອນຕູມ ສສ ຫວຽດນາມ, ແຂວງ ຊຽງແຕງ ແລະ ແຂວງ ລັດຕະນະຄີລີ ຣາຊາອານາຈັກກຳປູເຈຍ ເພື່ອປ້ອງກັນ ແລະ ສະກັດກັ້ນເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19).

ອີງຕາມການແຈ້ງການ ໄດ້ລະບຸວ່າ: ດ່ານພູຍາງ ເມືອງ ພູວົງ, ດ່ານຟໍ 1 ເຂດວັງຕັດ ເມືອງ ຊານໄຊ, ດ່ານເຊປຽນ ເມືອງ ສະໜາມໄຊ, ດ່ານປະເພນີ (ຟໍ 2, ຟໍ 3, ຟໍ 4, ຟໍ 5 ແລະ ຟໍ 6) ຖ້າມີຄວາມຈຳເປັນໃນການ ເຂົ້າ-ອອກ ຂອງປະຊາຊົນ, ນິຕິບຸກຄົນທີ່ດຳລົງຊີວິດຢູ່ 2 ຟາກຝັ່ງຊາຍເເດນ ແມ່ນໃຫ້ມານໍາໃຊ້ບໍລິການ ດ່ານສາກົນພູເກືອ-ເບີອີ (ສສ ຫຽວດນາມ) ແລະ ດ່ານສາກົນໜອງນົກຂຽນ ຣາຊະອານາຈັກກຳປູເຈຍ.

ສະນັ້ນ, ຈຶ່ງຂໍຖືເປັນກຽດແຈ້ງມາ ຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດນັບແຕ່ມື້ອອກແຈ້ງການສະບັບນີ້ເປັນຕົ້ນໄປຈົນກວ່າຈະມີແຈ້ງການປ່ຽນແປງ.

ກ່ອນໜ້ານີ້ ໃນວັນທີ 12 ມີນາ ທີ່ຜ່ານມາ ຫ້ອງວ່າການ ແຂວງ ຫົວພັນ ກໍ່ໄດ້ອອກແຈ້ງການປິດບັນດາດ່ານປະເພນີ ເຂົ້າ-ອອກ ຊົ່ວຄາວ, ຈຳນວນ 10 ດ່ານ ເພື່ອປອ້ງກັນ ແລະ ສະກັດກັ້ນເຊື້ອພະຍາດ COVID-19.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...