spot_img
Homeຂ່າວຕ່າງປະເທດ"ປູຕິນ" ເຕືອນ "ທຣັມ" ຖະລົ່ມຊີເຣຍ ທຳລາຍຄວາມສຳພັນລະຫວ່າງຣັສເຊຍ-ສະຫະລັດ

“ປູຕິນ” ເຕືອນ “ທຣັມ” ຖະລົ່ມຊີເຣຍ ທຳລາຍຄວາມສຳພັນລະຫວ່າງຣັສເຊຍ-ສະຫະລັດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມອສກູ ປະເທດຣັສເຊຍ ເມື່ອວັນທີ 7 ເມສາ 2017 ວ່າ ທຳນຽມເຄຣມລິນເຜີຍແຜ່ຖະແຫຼງການຂອງປະທານາທິບໍດີ ວາລາດິເມບ ປູຕິນ ປະນາມທີ່ກອງທັບສະຫະລັດໂຈມຕີທາງອາກາດດ້ວຍການລະດົມຍິງຂີປະນາວຸດ ຈະຫຼວດມິສໄຊ 59 ລູກ ຈາກເຮືອພິຂາດ “ຢູເອເອສ ຣອສ” ທີ່ລອຍລຳຢູ່ເຂດໜ້ານ້ຳສາກົນຂອງທະເລເມດິເຕເຣນຽນ ເພື່ອໂຈມຕີຖານທັບທາງອາກາດເຊຍຣັດ ໃນແຂວງ ຮອມສ໌ ຢູ່ທາງຕະເວັນຕົກຂອງຊີເຣຍ ເມື່ອຮູ່ງຂອງວັນສຸກທີ່ຜ່ານມາ ນີ້ຖືເປັນການປະຕິບັດທາງການທະຫານທີ່ລະເມີດກົດໝາຍລະຫວ່າງປະເທດຢ່າງຊັດເຈນ ເພາະເປັນການເຈດຕະນາໂຈມຕີອະທິປະໄຕ ແລະ ເປັນການທຳລາຍຄວາມສຳພັນລະຫວ່າງ ສະຫະລັດ ກັບ ຣັສເຊຍ “ໃນລະດັບທີ່ຮ້າຍແຮງ”

ນອກຈາກນີ້ລັດຖະບານ ມອສກູ ເຊື່ອວ່າການໂຈມຕີທາງທະຫານຂອງສະຫະລັດໃນເທື່ອນີ້ ເປັນຄວາມພະຍາຍາມບ່ຽງເບນຄວາມສົນໃຈຂອງປະຊາຄົມໂລກໄປຈາກປະຕິບັດການໂຈມຕີທາງອາດອັນນອງເລືອດຂອງສະຫະລັດທີ່ເມືອງໂມຊຸລ ທາງພາກເໜືອຂອງອິຣັກ ເມື່ອໄລຍະກາງເດືອນ ມີນາ ທີ່ຜ່ານມາ ເຊິ່ງມີຜູ້ເສຍຊີວິດຫຼາຍກວ່າ 200  ຄົນ ໃນຂະນະດຽວກັນ ຣັສເຊຍຢ້ຳວ່າຊີເຣຍບໍ່ມີອາວຸດເຄມີຢູ່ພາຍໃນຄອບຄອງມາດົນແລ້ວ ແລະ ໄດ້ຮັບການຢືນຢັນຢ່າງເປັນທາງການຈາກອົງການເພື່ອການຫ້າມໃຊ້ອາວຸດເຄມີ (ໂອພີຊີດັບເບິລຢູ) ເອກອັກຄະຣາຊາທູດຣັສເຊຍປະຈຳສະຫະປະຊາຊາດ (ຢູເອັນ) ໄດ້ຍື່ນເລື່ອງໃຫ້ຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ຢູເອັນເອສຊີ) ຈັດການປະຊຸມສຸກເສີນໃນເລື່ອງນີ້ແລ້ວ.

ດ້ານການຖະແຫຼງການຂອງກອງທັບສະຫະລັດລະບຸວ່າ ການໂຈມຕີທີ່ເກີດຂຶ້ນເຊິ່ງໃຊ້ຂີປະນາວຸດໂທມາຮອກ(ຈະຫຼວດມິສໄຊ) 59 ລູກ ເປັນໄປຕາມຄຳສັ່ງຂອງປະທານາທິບໍດີ ໂດນັລ ທຣັມ ເຊິ່ງຕ້ອງການ “ຢຸດການສັງຫານໝູ່ ແລະ ເຫດນອງເລືອດໃນຊີເຣຍ” ຫຼັງເກີດເຫດໂຈມຕີໃນເຂດຂ່ານ-ເຊຕຸນ ເຊິ່ງເປັນເຂດຂອງຝ່າຍກະບົດໃນແຂວງ ອິດລິບ ທາງພາກເໜືອຂອງຊີເຣຍ ເມື່ອວັນອັງຄານທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 86 ຄົນ ໂດຍເປັນຜົນມາຈາກການໄດ້ຮັບອາວຸດນິວເຄຣຍ ແລະ ຜູ້ນຳສະຫະລັດເຊື່ອວ່າ ປະທານາທິບໍດີ ບາຊາຣ ອັລ-ອັສຊາດ ມີສ່ວນກ່ຽວຂ້ອງ.

ມີລາຍງານວ່າ ຜົນຈາກການໂຈມຕີຂອງສະຫະລັດສົ່ງຜົນໃຫ້ທະຫານຊີເຣຍເສຍຊີວິດຢ່າງໜ້ອຍ 3 ຄົນ ແລະ ປະຊາຊົນອີກຢ່າງໜ້ອຍ 2 ຄົນ ສຳລັບພື້ນທີ່ບາງສ່ວນຂອງຖານທັບຖືກທຳລາຍເສຍຫາຍຢ່າງໜັກ.

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...