spot_img
Homeຂ່າວຕ່າງປະເທດປູຕິນ ລະບຸ ຣັດເຊຍສາມາດພັດທະນາວັກແຊັງ ປິ່ນປົວພະຍາດອີໂບລາ ມີປະສິດທິພາບເໜືອຢາອື່ນໃດໃນໂລກ!

ປູຕິນ ລະບຸ ຣັດເຊຍສາມາດພັດທະນາວັກແຊັງ ປິ່ນປົວພະຍາດອີໂບລາ ມີປະສິດທິພາບເໜືອຢາອື່ນໃດໃນໂລກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ມັງກອນຜ່ານມານີ້ວ່າ ປະທານາທິບໍດີ ວະລາດິເມຍ ປູຕິນ ແຫ່ງຣັດເຊຍ ໄດ້ອອກມາລະບຸວ່າ ຣັດເຊຍສາມາດພັດທະນາວັກແຊັງ ສຳລັບຮັບມືກັບພະຍາດອີໂບລາ ທີ່ແຜ່ລະບາດ ແລະ ເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫລວງຫລາຍ ໃນທະວີບອາຟຣິກາຕາເວັນຕົກ ໂດຍເບື້ອງຕົ້ນ ຍັງບໍ່ທັນເປີດເຜີຍຊື່ຕົວຢາ ແລະ ລາຍລະອຽດຕ່າງໆແຕ່ຢ່າງໃດ.

ທ່ານ ປູຕິນ ເວົ້າວ່າ ” ພວກເຮົາມີຂ່າວດີ ເຮົາໄດ້ຈົດທະບຽນຢາຕົວໜຶ່ງ ສຳລັບປິ່ນປົວພະຍາດອີໂບລາ ຫລັງຈາກທຳການທົດສອບຫລາຍຄັ້ງ ມັນໄດ້ສະແດງໃຫ້ເຫັນວ່າ ຕົວຢາມີປະສິດທິພາບສູງ ແລະ ມີປະສິດທິພາບ ຫລາຍກ່ວາຢາຕົວອື່ນໆ ທີ່ໃຊ້ກັນຢູ່ໃນທົ່ວໂລກເວລານີ້ ”

ດ້ານທ່ານ ເວໂຣນິກາ ສະວອດໂຊວາ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກຣັດເຊຍ ກໍໄດ້ລະບຸເຊັ່ນກັນວ່າ ຣັດເຊຍໄດ້ພັດທະນາວັກແຊັງຊະນິດໜຶ່ງຂຶ້ນມາ ຊຶ່ງເປັນເອກະລັກ ແລະ ບໍ່ມີຕົວຢາໃດທຽບເທົ່າໄດ້ໃນໂລກນີ້.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...