spot_img
Homeຂ່າວຕ່າງປະເທດປູຕິນ ຈັດຄືນ! ສັ່ງລັດຖະບານຣັດເຊຍ ກຽມມາດຕະການຂ້ວາມບາດຊາດຕາເວັນຕົກ!

ປູຕິນ ຈັດຄືນ! ສັ່ງລັດຖະບານຣັດເຊຍ ກຽມມາດຕະການຂ້ວາມບາດຊາດຕາເວັນຕົກ!

Published on

ປະທານາທິບໍດີຣັດເຊຍ ສັ່ງລັດຖະບານກຽມມາດຕະການຕອບໂຕ້ ການຂ້ວາມບາດຂອງຊາດຕາເວັນຕົກ

ອາດມີການຫ້າມຖ້ຽວບິນຂອງຊາດຕາເວັນຕົກບິນຜ່ານເຂດໄຊບີລີຂອງປະເທດ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ປະທານາທິບໍດີ ວະລາດີເມຍ ປູຕິນ ຜູ້ນຳຂອງຣັດເຊຍ ສັ່ງໃຫ້ລັດຖະ

ບານກຽມມາດຕະການຕອບໂຕ້ ມາດຕະການຂ້ວາມບາດຮອບໃໝ່ຈາກຊາດຕາເວັນຕົກ ລະຫວ່າງການ

ປະຊຸມໃນເມືອງໂວໂຣເນດ ກັບລັດຖະບານທ້ອງຖິ່ນ, ທັງນີ້ ພາຍໃຕ້ມາດຕະການຂ້ວາມບາດຄັ້ງໃໝ່ຂອງ

ສະຫະພາບເອີລົບ ທີ່ສັ່ງຫ້າມສະຖາບັນການເງິນຂະໜາດໃຫຍ່ຂອງຣັດເຊຍ 5 ແຫ່ງ ເຂົ້າຕະຫຼາດທຶນໃນ

ເອີລົບ ແລະ ຍັງມີເປົ້າໝາຍໃນພາກການທະຫານ ແລະ ນ້ຳມັນຂອງຣັດເຊຍອີກດ້ວຍ.  ໃນຂະນະທີ່ສະຫະ

ລັດເອງ ກໍຂ້ວາມບາດໃນລັກສະນະດຽວກັນ ລົງໂທດທະນາຄານຂະໜາດໃຫຍ່ 3 ແຫ່ງຂອງຣັດເຊຍ ແລະ

ບໍລິສັດດ້ານການປ້ອງກັນປະເທດອີກແຫ່ງໜຶ່ງ.

 

ໂດຍນາຍົກລັດຖະມົນຕີ ດີມິດທຣີ ເມດເວເດັບ ຂອງຣັດເຊຍ ໝູ່ສະໜິດຂອງປູຕິນ ເຊິ່ງເຂົ້າຮ່ວມປະຊຸມ

ກັບລັດຖະມົນຕີຂົນສົ່ງ, ຮອງປະທານບໍລິຫານສາຍການບິນແອຣ໌ໂຣຟລອດ ກ່າວວ່າ ຣັດເຊຍຈະຫາລືເຖິງ

ຄວາມເປັນໄປໄດ້ໃນການຫາມາດຕະການຕອບໂຕ້ ຫຼັງຈາກສະຫະພາບເອີລົບ ຂ້ວາມບາດສາຍການບິນ

ຕົ້ນທຶນຕ່ຳຂອງຣັດເຊຍ ໃນກໍລະນີຄວາມຂັດແຍ່ງໃນອູແກຣນ.

 

ຄວາມພະຍາຍາມດັ່ງກ່າວ ແມ່ນມີຄວາມເປັນໄປໄດ້ວ່າ ທາງການຣັດເຊຍ ອາດນຳໃຊ້ມາດຕະການຫ້າມ

ເຮືອບິນຂອງສາຍການບິນບັນດາປະເທດຕາເວັນຕົກ ທີ່ໄດ້ລົງມືຂ້ວາມບາດຣັດເຊຍ ບໍ່ໃຫ້ບິນຜ່ານເຂດ

ໄຊບີລີຂອງຣັດເຊຍ ເພື່ອຜ່ານໄປຍັງບັນດາປະເທດໃນແຖບອາຊີ ປາຊີຟິກ ເພື່ອເປັນການຂ້ວາມບາດ

ຕອບໂຕ້ຄືນຂອງຣັດເຊຍ ເຊິ່ງຖ້າຫາກມາດຕະການດັ່ງກ່າວຖືກນຳໃຊ້ ກໍຈະເຮັດໃຫ້ສາຍການບິນຕ່າງໆ

ຂອງຊາດຕາເວັນຕົກ ຕ້ອງເຈັບໂຕໄປຕາມໆກັນ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...