spot_img
Homeຂ່າວຕ່າງປະເທດປູຕິນສັ່ງຍົກເລີກຂວ້ຳບາດຯ ຫລັງຜູ້ນຳຕວກກີ ສົ່ງໜັງສືຂໍໂທດ ເຫດຍິງເຮືອບິນທະຫານຕົກ!

ປູຕິນສັ່ງຍົກເລີກຂວ້ຳບາດຯ ຫລັງຜູ້ນຳຕວກກີ ສົ່ງໜັງສືຂໍໂທດ ເຫດຍິງເຮືອບິນທະຫານຕົກ!

Published on

ສຳນັກຂ່າວ AFP ລາຍງານໃນວັນທີ 1 ກໍລະກົດນີ້ວ່າ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ສັ່ງຍົກເລີກມາດຕະການຈຳກັດ ດ້ານການທ່ອງທ່ຽວ ແລະ ຟື້ນຟູຄວາມສຳພັນທາງການຄ້າກັບຕວກກີ ໃຫ້ກັບສູ່ລະດັບປົກກະຕິ ໃນວັນພະຫັດທີ 30 ມິຖຸນາຜ່ານມານີ້ ຫລັງຈາກທີ່ຄວາມສຳພັນສອງຝ່າຍ ເລີ່ມກັບເຂົ້າສູ່ທິດທາງທີ່ດີຂຶ້ນ ນັບຕັ້ງແຕ່ເຫດການທີ່ ເຮືອບິນທະຫານຂອງຕວກກີ ຍິງເຮືອບິນທະຫານຂອງຣັດເຊຍຕົກ ຢູ່ເຂດຊາຍແດນຕວກກີ-ຊີຣີ ເມື່ອເດືອນພະຈິກປີກາຍນີ້ ຊຶ່ງທ່ານ ເຣເຊບ ຕອຍຢິບ ເອີໂດກັນ ປະທານາທິບໍດີຕວກກີ ໄດ້ສົ່ງໜັງສືຂໍໂທດຕໍ່ກັບເຫດການດັ່ງກ່າວຕໍ່ຣັດເຊຍ ຢ່າງເປັນທາງການ ໃນວັນຈັນທີ 27 ມິຖຸນາຜ່ານມາ.

ທັງນີ້ ຈາກວິກິດການຄວາມສຳພັນລະຫວ່າງຣັດເຊຍ ແລະ ຕວກກີ ໄດ້ສົ່ງຜົນເສຍຫາຍຢ່າງໃຫຍ່ຫລວງ ໃຫ້ແກ່ພາກອຸດສາຫະກຳການທ່ອງທ່ຽວຂອງຕວກກີ ເນື່ອງຈາກຈຳນວນນັກທ່ອງທ່ຽວຊາວຣັດເຊຍ ທີ່ມັກເດີນທາງໄປຕາກອາກາດ ຢູ່ແຄມຝັ່ງທະເລເມດິແຕຣານຽນ ໄດ້ຫລຸດລົງຢ່າງຫລວງຫລາຍ ຫລັງຈາກທີ່ຜູ້ນຳຣັດເຊຍ ເລີ່ມປະກາດໃຫ້ມາດຕະການຂວ້ຳບາດເປັນຕົ້ນມາ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...