spot_img
Homeຂ່າວຕ່າງປະເທດປູຕິນລົງຢຽມຢາມຜູ້ປ່ວຍຕິດເຊື້ອໂຄວິດ-19 ພ້ອມຕິດຕາມການທຳງານຂອງແພດ

ປູຕິນລົງຢຽມຢາມຜູ້ປ່ວຍຕິດເຊື້ອໂຄວິດ-19 ພ້ອມຕິດຕາມການທຳງານຂອງແພດ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 25 ມີນາ 2020 ວ່າ ປະທານາທິບໍດີ ວາລາດີເມຍ ປູຕິນ ແຫ່ງປະເທດ ລັດເຊຍ ໄດ້ລົງຢຽມຢາມຜູ້ປ່ວຍທີ່ຮັກສາຕົວຈາກການຕິດເຊື້ອໂຄວິດ-19 ທີ່ໂຮງໝໍຄອມມູນາຣ໌ກາ ແລະ ສັງເກດການການເຮັດວຽກຂອງເຈົ້າໜ້າທີ່ແພດ ພ້ອມທັງໃຫ້ກຳລັງໃຈທຸກຝ່າຍ.

ປັດຈຸບັນ, ປະເທດຣັດເຊຍມີຜູ້ປ່ວຍສະສົມຈາກການຕິດເຊື້ອໂຄວິດ-19 ຢ່າງໜ້ອຍ 495 ຄົນ ໂດຍມີການຢືນຢັນພົບຜູ້ຕິດເຊື້ອກໍລະນີທຳອິດໃນວັນທີ 31 ມັງກອນ ທີ່ຜ່ານມາ ໂດຍມີຜູ້ຮັກສາເຊົາ 22 ຄົນ ແລະ ເສຍຊີວິດ 1 ຄົນ.

ກ່ອນໜ້ານີ້, ທ່ານ ວາລາດິເມຍ ປູຕິນ ກໍໄດ້ສັ່ງໃຫ້ກອງທັບກຽມຮັບມືສົງຄາມເຊື້ອໂຣກ ແລະ ໄດ້ສົ່ງພົນທະຫານຕ້ານເຊື້ອໂຣກຈໍານວນ 100 ຄົນ ລວມທັງອຸປະກອນການແພດ, ລົດສີດ ແລະ ຂ້າເຊື້ອໂລກ 8 ຄັນ ໄປຊ່ວຍເຫຼືອອີຕາລີຕາມຄໍາຮ້ອງຂໍຂອງນາຍົກລັດຖະມົນຕີອີຕາລີ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...