spot_img
Homeວິທະຍາສາດ-ວິທະຍາການປູຕິນກ່າວ "ໃຜສາມາດພັດທະນາລະບົບ "AI" ໄດ້ກ່ອນຜູ່ນັ້ນຄອງໂລກ

ປູຕິນກ່າວ “ໃຜສາມາດພັດທະນາລະບົບ “AI” ໄດ້ກ່ອນຜູ່ນັ້ນຄອງໂລກ

Published on

ເມື່ອວັນສຸກທີ 1 ກັນຍາ 2017 ທີ່ຜ່ານມາ ທ່ານ ວາລາດິເມຍ ປູຕິນ ປະທານາທິບໍດີຣັສເຊຍ ກ່າວກັບນັກສຶກສາໃນງານປະຊຸມແຫ່ງໜຶ່ງວ່າ ການພັດທະນາປັນຍາປະດິດຈະຍົກລະດັບທັງໂອກາດອັນຍິ່ງໃຫຍ່ ແລະ ໄພຄຸກຄາມອັນຍາກທີ່ຈະຄາດເດົາໄດ້ໃນເວລານີ້

ປູຕິນກ່າວ “ປັນຍາປະດິດບໍ່ໄດ້ເປັນພຽງແຕ່ອານາຄົດຂອງຣັສເຊຍເທົ່ານັ້ນ ແຕ່ເປັນອານາຄົດຂອງມະນຸດທັງປວງ”  “ທັງໂອກາດອັນຍິ່ງໃຫຍ່ ແລະ ໄພຄຸກຄາມອັນຍາກທີ່ຈະຄາດເດົາໄດ້ຄືກັນ” “ໃຜກໍ່ຕາມທີ່ເປັນຜູ່ນຳໃນດ້ານນີ້ຈະເປັນຜູ່ຄອງ”

ແຕ່ທັງນັ້ນປູຕິນກໍ່ກ່າວເຕືອນວ່າ “ແຕ່ຄົງຈະບໍ່ແມ່ນເລື່ອງເພິ່ງພໍໃຈແນ່ນອນຫາກໃຜບາງຄົນຈະຄອບຄອງເອກະສິດນັ້ນໄວ້ພຽງຄົນດຽວ” ພ້ອມໃຫ້ຄຳໝັ້ນວ່າຣັສເຊຍຈະຍິນດີແບ່ງປັນຄວາມຮູ້ດ້ານປັນຍາປະດິດກັບຊາດອື່ນໆ

ປະທານາທິບໍດີຣັສເຊຍຄາດວ່າ ສົງຄາມໃນອານາຄົດຈະສູ້ກັນດ້ວຍໂດຣນ ແລະ ເມື່ອໂດຣນຂອງຝ່າຍໃດຖືກໂດຣນຂອງອີກຝ່າຍທຳລາຍຝ່ານນັ້ນກໍ່ຈະບໍ່ມີທງເລືອກອື່ນນອກຈາກຍອມແພ້

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...