ປຸກລະດົມຮັກຊາດ ສ້າງບ້ານພັດທະນາ ຊຸກຍູ້ວຽກງານ 3 ສ້າງ

ກອງ​ປະຊຸມ​ປຸກລະດົມ​ຂະ​ບວນ​ການ​ແຂ່ງຂັນ ຮັກ​ຊາດ ແລະ ສ້າງ​ບ້ານ​ພັດທະນາ ຊຸກຍູ້​ວຽກ​ງານ 3 ສ້າງ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນວາ 2013 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະເທດ ມີ​ບັນດາ​ການ​ນຳ​ພັກ-ລັດ ທັງ​ສູນ​ກາງ-ທ້ອງຖິ່ນ ແລະ ພາກສ່ວນ​ກ່ຽວຂ້ອງ.

ສະຫາຍ ບຸນ​ຍັງ ວໍລະ​ຈິດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຜູ້​ປະຈຳການ ຄະນະ​ເລຂາທິການ​ສູນ​ກາງ​ພັກ ຮອງ​ປະທານ​ປະເທດ ຫົວໜ້າ​ຄະນະ​ຊີ້​ນຳ 3 ສ້າງ​ຂັ້ນ​ສູນ​ກາງ ກ່າວ​ວ່າ: ສຳລັບ​ສະພາບ​ລວມ​ກ່ຽວ​ກັບ​ການ​ດຳເນີນ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ແລະ ພັດທະນາ​ຊົນນະບົດ​ຮອບດ້ານ​ໃນ 2-3 ປີຜ່ານມາ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ ເຫັນ​ໄດ້​ວ່າ ໄດ້​ປະກອບສ່ວນ​ສຳຄັນ ເຂົ້າ​ໃນ​ການ​ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ ໃຫ້​ມີ​ຄວາມ​ໜັກ​ແໜ້ນ ເຮັດ​ໃຫ້​ປະເທດ​ເຮົາ​ມີ​ຄວາມ​ສະຫງົບ ແລະ ເປັນ​ລະບຽບ​ຮຽບ​ຮ້ອຍ​ໂດຍ​ພື້ນຖານ ຮາກ​ຖານ​ບ້ານ​ທົ່ວ​ປະເທດ​ສ່ວນ​ໃຫຍ່​ມີ​ລະບົບ​ການຈັດຕັ້ງ​ແໜ້ນໜາ.

ສຳລັບ​ການ​ພັດທະນາ​ຊົນນະບົດ ໄດ້​ເອົາໃຈໃສ່​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຮັບ​ໃຊ້​ການ​ຜະລິດ ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ມາ​ເຖິງ​ປັດຈຸບັນ ບ້ານ​ໃນ​ຊົນນະບົດ​ທີ່​ມີ​ໄຟຟ້າ​ໃຊ້ ກວມ 70,23% ເສັ້ນທາງ​ຄົມມະນາຄົມ​ທຽວ​ໄດ້ 2 ລະດູ​ກວມ 80,99% ຊົນລະປະທານ​ກວມ 36% ຂອງ​ເນື້ອທີ່​ປູກຝັງ​ທັງ​ໝົດ ເຮັດ​ໃຫ້​ບ້ານ​ທຸກ​ຍາກ​ຫຼຸດ​ລົງ​ຍັງ​ເຫຼືອ 2.291 ບ້ານ ເທົ່າ​ກັບ 26,7% ຂອງ​ຈຳນວນ​ບ້ານ​ທັງ​ໝົດ ຈຳນວນ​ບ້ານ​ພັດທະນາ​ໄດ້​ເພີ່ມ​ຂຶ້ນ​ເປັນ 2.353 ບ້ານ ເທົ່າ​ກັບ 27,7% ຂອງ​ຈຳນວນ​ບ້ານ​ທັງ​ໝົດ ສ່ວນ​ຈຳນວນ​ບ້ານ​ໃຫຍ່​ທີ່​ມີ​ຮູບ​ລັກສະນະ​ເປັນ​ເມືອງ​ນ້ອຍ ແລະ ເປັນໃຈ​ກາງ​ທາງ​ດ້ານ​ເສດຖະກິດ-ວັດທະນະທຳ​ຢູ່​ຊົນນະບົດ ກໍ່​ເພີ່ມ​ຂຶ້ນ​ຢູ່​ທ້ອງຖິ່ນ​ຕ່າງໆ ການ​ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ​ມີ​ການ​ຂະຫຍາຍຕົວ ທັງ​ຢູ່​ໃນ​ຕົວ​ເມືອງ ແລະ ຊົນນະບົດ ມີ​ຄອບຄົວ​ຕົວ​ແບບ​ເກີດ​ຂຶ້ນ ຊຶ່ງ​ລາຍ​ຮັບ​ແຕ່​ລະ​ປີ​ໄດ້​ຫຼາຍ​ລ້ານ​ກີບ ຍ້ອນ​ຄອບຄົວ​ຕົວ​ແບບ​ເພີ່ມ​ຂຶ້ນ ເຮັດ​ໃຫ້​ແຕ່​ລະ​ປີ​ການ​ຜະລິດ​ກະສິກຳ​ເພີ່ມ​ຂຶ້ນ​ສະເລ່ຍ 3,1% ໃນ​ນັ້ນ ການ​ຜະລິດ​ເຂົ້າ​ໄດ້ 3,2 ລ້ານ​ໂຕນ ໃນ​ປີ 2012 ແລະ 3,52 ລ້ານ​ໂຕນ ໃນ​ປີ 2013 ກາເຟ 52.440 ໂຕນ ສາລີ 182.600 ໂຕນ ຊີ້ນ​ປາ​ອາຫານ​ມີ​ການ​ຂະຫຍາຍຕົວ 5% ຕໍ່​ປີ ຊຶ່ງ​ປະກອບສ່ວນ​ເຮັດ​ໃຫ້​ເສດຖະກິດ​ຂະຫຍາຍຕົວ​ສະເລ່ຍ​ໃນ​ລະດັບ 8,1% ຕໍ່​ປີ ເຮັດ​ໃຫ້​ຈຳນວນ​ຄອບຄົວ​ທຸກ​ຍາກ​ຫຼຸດ​ລົງ​ເຫຼືອ​ແຕ່ 10,57% ຂອງ​ຈຳນວນ​ຄອບຄົວ​ທັງ​ໝົດ.

ການ​ສຶກ​ສາມີ​ການ​ຂະຫຍາຍຕົວ​ດີ​ຂຶ້ນ ບ້ານ​ທີ່​ມີ​ໂຮງຮຽນ​ປະຖົມ​ເພີ່ມ​ຂຶ້ນ​ກວມ​ເຖິງ 98,89% ອັດຕາ​ການ​ເຂົ້າ​ຮຽນ​ຂອງ​ເດັກນ້ອຍ​ໃນ​ເກນ​ອາຍຸ​ເພີ່ມ​ຂຶ້ນ ກວມ 98,97% ບ້ານ​ຈົບ​ປະຖົມ​ແບບ​ບັງຄັບ ກວມ 90,45% ແລະ ມີ 104 ເມືອງ​ສຳເລັດ​ການ​ສຶກ​ສາ​ຊັ້ນ​ປະຖົມ​ພາກ​ບັງຄັບ ສ່ວນ​ດ້ານ​ສາທາລະນະ​ສຸກ ໄດ້​ຂະຫຍາຍ​ຕາ​ໜ່າງ​ສາທາລະນະ​ສຸກ​ໄປ​ສູ່​ເຂດ​ຈຸດ​ສຸມ ກຸ່ມ​ບ້ານ ແລະ ບ້ານ​ໃຫຍ່ ທົ່ວ​ປະເທດ​ມີ​ສຸກສາລາ​ທັງ​ໝົດ 984 ແຫ່ງ ຕູ້​ຢາ​ປະຈຳ​ບ້ານ 5.000 ກວ່າ​ບ້ານ ພ້ອມ​ໄດ້​ສ້າງຕັ້ງ​ກອງ​ທຶນ​ສຸຂະພາບ​ສຳລັບ​ຜູ້​ທຸກ​ຍາກ​ຢູ່ 102 ເມືອງ ແລະ ປະຕິບັດ​ນະໂຍບາຍ​ອອກລູກ​ບໍ່​ເສຍ​ຄ່າ​ຢູ່ 62 ສຸກສາລາ​ຂອງ 7 ແຂວງ ອັນ​ໄດ້​ສ້າງ​ເງື່ອນໄຂ​ໃຫ້​ປະຊາຊົນ​ຢູ່​ຊົນນະບົດ ເຂົ້າ​ເຖິງ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ​ເພີ່ມ​ຂຶ້ນ ກວມ 94,18% ສ່ວນ​ບ້ານ​ສາທາລະນະ​ສຸກ​ແມ່ນ​ກວມ​ເຖິງ 45,46%.

ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ ໂດຍ​ສະເພາະ​ພາຍຫຼັງ​ທີ່​ໄດ້​ອອກ​ມະຕິ 03 ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ແມ່ນ​ໄດ້​ເອົາໃຈໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ ແລະ ເຮັດ​ທົດ​ລອງ​ຢ່າງ​ຕັ້ງໜ້າ ໂດຍ​ສະເພາະ​ແມ່ນ 51 ເມືອງ ແລະ 109 ບ້ານ​ເປົ້າ​ໝາຍ​ສຳລັບ​ສົກ​ປີ 2013-2014 ຢູ່​ແຕ່​ລະ​ບ້ານ​ເປົ້າ​ໝາຍ 3 ສ້າງ ມີ​ໂຄງການ​ພັດທະນາ​ດ້ານ​ເສດຖະກິດ-ສັງຄົມ 390 ໂຄງການ ໃນ​ມູນ​ຄ່າ​ເກືອບ 94 ຕື້​ກີບ ນອກ​ນັ້ນ ທະນາຄານ​ນະໂຍບາຍ ເພື່ອ​ຊຸກຍູ້​ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ ມີ​ຫຼາຍ​ກວ່າ 100 ຕື້​ກີບ ໃນ​ຈຳນວນ 800 ກວ່າ​ກຸ່ມ ແລະ ອື່ນໆ.

ແຕ່​ເຖິງ​ຢ່າງໃດ​ກໍ່​ຕາມ ເພື່ອ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ ໃນ​ປີ 2015 ກໍ່​ຄື​ພາ​ປະເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ປະເທດ​ດ້ອຍ​ພັດທະນາ​ໃນ​ປີ 2020 ຄະນະ​ພັກ​ທຸກ​ຂັ້ນ​ແຕ່​ສູນ​ກາງ​ລົງ​ໄປ​ເຖິງ​ທ້ອງຖິ່ນ ຕ້ອງ​ສືບຕໍ່​ຄົ້ນຄວ້າ ແລະ ກຳ​ແໜ້ນ​ຄຳ​ສັ່ງ​ແນະນຳ​ເລກ​ທີ 03 ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ກ່ຽວ​ກັບ​ການ​ສ້າງ​ບ້ານ​ພັດທະນາ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ ແລະ ມະຕິ 03 ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ກ່ຽວ​ກັບ 3 ສ້າງ ຢ່າງ​ເລິກເຊິ່ງ​ຕື່ມ​ອີກ ໂດຍ​ຕ້ອງ​ປັບປຸງ​ລະບົບ​ການຈັດຕັ້ງ ຊີ້​ນຳ​ກົນ​ໄກ​ການ​ປະສານ​ງານ​ລະຫວ່າງ​ໜ່ວຍ​ງານ ແລະ ພາກສ່ວນ​ຕ່າງໆ​ຢູ່​ສູນ​ກາງ-ທ້ອງຖິ່ນ ໃຫ້​ມີ​ຄວມ​ກະທັດ​ຮັດ​ກົມກຽວ ຫຼຸດຜ່ອນ​ວຽກ​ທີ່​ຊ້ຳ​ຊ້ອນ ແລະ ກົດ​ໜ່ວງ​ກັນ ຫັນ​ພະນັກງານ​ລົງ​ໃຫ້​ເມືອງ ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ທາງ​ດ້ານ​ວິຊາ​ສະເພາະ ແລະ ດ້ານ​ຈຳນວນ​ອັນ​ຈຳເປັນ.

ໃນ​ໄລຍະ​ຈັດ​ກອງ​ປະຊຸມ ຍັງ​ມີ​ການວາງສະແດງ​ຜະລິດ​ຕະ​ພັນ​ຈາກ​ກຸ່ມ​ຜະລິດ ບ້ານ​ຄອບຄົວ​ຕົວ​ແບບ​ຈາກ​ບັນດາ​ແຂວງ ຊຶ່ງ​ສິນຄ້າ​ທີ່​ນຳ​ມາ​ສະແດງ ມີ​ທັງ​ເປັນ​ປະເພດ​ກະສິກຳ ຫັດຖະກຳ ແລະ ອື່ນໆ.

 

ທີ່ມາhttp://www.vientianemai.net/teen/khao/1/10863