spot_img
Homeຂ່າວພາຍ​ໃນລັດຖະບານແຈ້ງ ປີໃໝ່ 2018 ນີ້ ບໍ່ຈຳເປັນສົ່ງບັດອວຍພອນໃຫ້ການນຳອີກ

ລັດຖະບານແຈ້ງ ປີໃໝ່ 2018 ນີ້ ບໍ່ຈຳເປັນສົ່ງບັດອວຍພອນໃຫ້ການນຳອີກ

Published on

ປີໃໝ່ 2018 ກຳລັງຊິມາເຖິງ ລັດຖະບານເລັງເຫັນວ່າ ປີໃໝ່ສາກົນຂອງທຸກມີ ມັກຈະມີການຈັດຕັ້ງການອວຍພອນຜູ້ໃຫຍ່, ຈັດພິທີສະເຫຼີມສະຫຼອງແລະນັບຖອຍຫຼັງເປັນການໃຫຍ່, ມີການຖ່າຍທອດສົດທາງໂທລະພາບ ແລະຈັດງານຂາຍໂຕະອາຫານຫາລາຍໄດ້. ແລະນອກຈາກໃນນາມການຈັດຕັ້ງແລ້ວ ໃນນາມສ່ວນບຸກຄົນກໍມັກຈະຊື້ ກະຕ່າຂອງຂວັນໄປມອບໃຫ້ຫົວໜ້າ. ເຊິ່ງນັ້ນ ລັດຖະບານເຫັນວ່າບໍ່ມີຄວາມຈຳເປັນແລະເປັນການສີ້ນເປືອງເກີນຄວາມຈຳເປັນ.

ດັ່ງນັ້ນ, ກ່ອນຈະຮອດປີໃໝ່ສາກົນ 2018 ປີນີ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈຶ່ງໄດ້ອອກແຈ້ງການເຖິງທຸກອົງການຈັດຕັ້ງພັກ-ລັດ ເລື່ອງ: ເລື່ອງເຮັດບັດອວຍພອນປີໃໝ່ສາກົນ ໃນນາມການນຳ.

ເນື້ອໃນລະບຸວ່າ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງດັ່ງນີ້: ເພື່ອເປັນການປະຕິບັດໃຫ້ສອດຄ່ອງກັບນະໂຍບາຍປະຢັດ ແລະຕ້ານການຟູມເຟືອຍຂອງພັກ-ລັດ. ສະນັ້ນ, ການເຮັດບັດອວຍພອນໃນໂອກາດປີໃໝ່ສາກົນ ໃນນາມການນຳຂັ້ນສູນກາງ ກໍຄືການນຳຂັ້ນກະຊວງ, ອົງການ ແລະທ້ອງຖິ່ນ, ຖ້າມີຈຸດປະສົງຈະເຮັດບັດອວຍພອນ ແມ່ນໃຫ້ເຮັດສົ່ງສະເພາະແຕ່ເປົ້າໝາຍເພື່ອນມິດຕ່າງປະເທດ, ສ່ວນບັນດາການນຳພາຍໃນ ແມ່ນບໍ່ຈຳເປັນສົ່ງບັດອວຍພອນໃຫ້ກັນອີກ.

ແນວໃດກໍຕາມ, ແຈ້ງການດັ່ງກ່າວນັ້ນກໍບໍ່ໄດ້ຫ້າມໃນການຈັດງານລ້ຽງສະເຫຼີມສະຫຼອງແຕ່ປະການໃດ.

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...