ປີໂຕຣລຽມ ເທຣດດິ້ງ ລາວ ສືບຕໍ່ຊ່ວຍເຫຼືອຜ້າຫົ່ມໃຫ້ຜູ້ປະສົບໄພໜາວ

ປີໂຕຣລຽມ ເທຣດດິ້ງ ລາວ ສືບຕໍ່ຊ່ວຍເຫຼືອຜ້າຫົ່ມໃຫ້ຜູ້ປະສົບໄພໜາວ

ພິທີ​ຖະແຫຼງ​ຂ່າວ​ໂຄງການ​ຄາ​ຣາ​ວານ​ການ​ກຸສົນ ປັນ​ນ້ຳໃຈ​ຊ່ວຍ​ຜູ້​ປະສົບ​ໄພ​ໜາວ​ທົ່ວ​ປະເທດ ຄັ້ງ​ທີ 3 ປະຈຳ​ປີ 2013 ແລະ ພິທີ​ມອບ​ເຄື່ອງ​ຊ່ວຍເຫຼືອ​ເງິນ 100 ລ້ານ​ກີບ ແລະ ຜ້າຫົ່ມ 1.000 ຜືນ ໃຫ້​ແກ່​ຄະນະ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງຂອງ​ບໍລິສັດ ປີ​ໂຕຣ​ລຽມ ເທຣດ​ດິ້ງ ລາວ ຈຳກັດ ໄດ້​ຈັດ​ຂຶ້ນ​ວັນ​ທີ 25 ພະຈິກ 2013 ຜ່ານ​ມາ ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ນະຄອນຫຼວງ​ວຽງ​ຈັນ ຊຶ່ງ​ມີ​ທ່ານ ບຸນ​ເຮືອງ ດວງ​ພະຈັນ ລັດຖະມົນຕີ​ປະຈຳ​ຫ້ອງ​ວ່າການ​ລັດຖະບານ ປະທານ​ຄະນະ​ຮັບຜິດຊອບ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ ທ່ານ​ນາງ ຈັນທະ​ດອມ ເມກ​ສະຫວັນ ຜູ້ອຳນວຍການ​ຝ່າຍ​ບັນຊີ-ການ​ເງິນ ບໍລິສັດ ປີ​ໂຕຣ​ລຽມ ເທຣດ​ດິ້ງ ລາວ ຈຳກັດ ພ້ອມ​ດ້ວຍ​ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໂຄງການ​ຄາ​ຣາ​ວານ​ການ​ກຸສົນ​ນີ້ ເປັນ​ໂຄງການ​ນຳ​ເອົາ​ວັດຖຸ ແລະ ປັດ​ໄຈ​ຈາກ​ການ​ປະກອບສ່ວນ​ຂອງ​ຫຼາຍໆ​ພາກສ່ວນ ໄປ​ມອບ​ໃຫ້​ແກ່​ບັນດາ​ພໍ່​ແມ່​ປະຊາຊົນ​ທີ່ຢູ່​ເຂດ​ທຸລະກັນດານ ແລະ ຫ່າງ​ໄກ​ສອກຫຼີກ ໂດຍ​ສະເພາະ​ກໍ​ແມ່ນ​ຜ້າຫົ່ມ ເຊິ່ງ​ໃນ​ການ​ປະຕິບັດ​ໂຄງການ​ນີ້ ແມ່ນ​ໄດ້​ຮັບ​ການ​ຮ່ວມ​ມື​ເປັນ​ຢ່າງ​ດີ​ຈາກ​ພາກ​ລັດ ກໍ​ຄື​ພະ​ແນກ​ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ຂອງ​ແຕ່​ລະ​ແຂວງ ແລະ ສະມາຄົມ​ລົດ Off Road ແຫ່ງ​ປະເທດ​ລາວ ຊຶ່ງ​ພາຍ​ໃນ 2 ປີຜ່ານມາ ໂຄງການ​ຄາ​ຣາ​ວານ​ການ​ກຸສົນ ໄດ້​ນຳ​ສິ່ງ​ຂອງ​ໄປ​ຊ່ວຍເຫຼືອ​ໃຫ້​ແກ່​ປະຊາຊົນ​ຜູ້​ທຸກ​ຍາກ ໄດ້​ຈຳນວນ 4.500 ຄອບຄົວ ຈາກ​ທັງ​ໝົດ 9 ແຂວງ ລວມ​ມູນ​ຄ່າ 2,4 ຕື້​ກວ່າ​ກີບ ແລະ ໃນ​ປີ 2013 ຂະ​ບວນ​ຄາ​ຣາ​ວານ ກໍ​ຈະ​ໄດ້​ສືບຕໍ່​ນຳ​ເອົາ​ຜ້າຫົ່ມ​ຈາກ​ທາງ​ບໍລິສັດ​ຈຳນວນ 20.000 ຜືນ ລວມ​ມູນ​ຄ່າ 1,75 ຕື້​ກີບ ໄປ​ມອບ​ໃຫ້​ແກ່​ປະຊາຊົນ​ໃນ​ຈຳນວນ 6 ແຂວງ​ຄື: ແຂວງ​ຫົວພັນ ຊຽງ​ຂວາງ ໄຊ​ຍະ​ບູ​ລີ ສະຫວັນ​ນະ​ເຂດ ແລະ ແຂວງ​ອັດ​ຕະ​ປື.

ກິດຈະກຳ​ຄັ້ງ​ນີ້ ທາງ​ບໍລິສັດ ປີ​ໂຕຣ​ລຽມ ເທຣດ​ດິ້ງ ລາວ ສືບຕໍ່​ຮ່ວມ​ກັບ​ສະມາຄົມ​ລົດ Off Road ແຫ່ງ​ປະເທດ​ລາວ ຊຶ່ງ​ຂະ​ບວນ​ຄາ​ຣາ​ວານ​ອອກ​ເດີນທາງ​ແບ່ງ​ອອກ​ເປັນ 3 ໄລຍະ​ຄື: ວັນ​ທີ 28-30 ພະຈິກ 2013 ໄປ​ແຂວງ​ໄຊ​ຍະ​ບູ​ລີ ວັນ​ທີ 7-15 ມັງກອນ 2014 ໄປ​ແຂວງ​ຊຽງ​ຂວາງ ແລະ ແຂວງ​ຫົວພັນ ແລະ ວັນ​ທີ 28 ມັງກອນ-3 ກຸມພາ 2014 ໄປ​ແຂວງ​ສະຫວັນ​ນະ​ເຂດ ສາລະ​ວັນ ແລະ ແຂວງ​ອັດ​ຕະ​ປື.

ທີ່ມາhttp://www.vientianemai.net