spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມປີກ​ມົດລູກ​ອັກ​ເສບ ອີກ​ໜຶ່ງ​ພະຍາດ​ທີ່​ທ່ານຍິງ​ຄວນ​ຮູ້

ປີກ​ມົດລູກ​ອັກ​ເສບ ອີກ​ໜຶ່ງ​ພະຍາດ​ທີ່​ທ່ານຍິງ​ຄວນ​ຮູ້

Published on

stomachache_1

           ປີກ​ມົດລູກ​ອັກ​ເສບ ເປັນ​ພະຍາດ​ທີ່​ສາວໆ ຫລາຍ​ຄົນ​ອາດຈະ​ຍັງ​ບໍ່​ຮູ້​ຈັກ ເນື່ອງ​ຈາກ​ບໍ່ຄ່ອຍມີໃຜເປັນຫລາຍ ແຕ່​ກໍ​ບໍ່ແມ່ນ​ວ່າ​ຈະ​ບໍ່​ມີ​ໂອ​ກາດ​ທີ່​ຜູ້ຍິງ​ແບບເຮົາ​ໆ ຈະ​ເປັນ​ບໍ່​ໄດ້ ດັ່ງ​ນັ້ນ​ຮູ້​ທັນ​ພະຍາດ​ໄວ້​ກ່ອນ​ດີ​ທີ່ສຸດ 
ປີກ​ມົດລູກ​ອັກ​ເສບ ສ່ວນ​ໃຫຍ່​ເປັນ​ພະຍາດ​ຕິດ​ຕໍ່​ທາງ​ເພດ​ສຳພັນ​ຢ່າງ​ໜຶ່ງ ເຊື້ອ​ພະຍາດ​ທີ່​ພົບ​ເລື້ອຍໆ​ຄື ເຊື້ອ​ໜອງ​ໃນ, ຮອງ​ລົງ​ມາ​ຄື​ເຊື້ອ​ຄາ​ໄມ​ເດຍ ຜູ້​ປ່ວຍ​ມັກ​ມາ​ພົບ​ແພດ​ດ້ວຍ​ອາການ​ຕົກ​ຂາວ​ແລະ ​ປວດ​ທ້ອງ​ນ້ອຍ ຖ້າ​ອາການ​ບໍ່ໜັກ​ຫລາຍ​ແພດ​ກໍ​ຈະໃຫ້​ຢາ​ແກ້ປວດຊະນິດກິນໃຫ້​ກິນ ແຕ່​ຖ້າ​ເປັນ​ຫລາຍ ມີ​ການ​ຕິດ​ເຊື້ອ​ຮຸນແຮງ ຫລື​ ມີ​ອາການ​ປວດ​ຮຸນແຮງ ຈຳ​ເປັນ​ຕ້ອງ​ພັກ​ປິ່ນປົວ​ຕົວ​ໃນ​ໂຮງໝໍ ແລະ​ ໄດ້ຮັບ​ຢາ​ແກ້ປວດຊະນິດ​ຢາ​ສີດ
ພະຍາດ ປີກ​ມົດລູກ​ອັກ​ເສບ​ມັກ​ຈະ​ປິ່ນປົວ​ເຊົາພາຍ​ໃນ 1 – 2ອາທິດ ແຕ່​ຜູ້​ປ່ວຍ​ບາງ​ລາຍ​ທີ່​ມີ​ການ​ຕິດ​ເຊື້ອ​ບໍລິເວນ​ໝົດລູກ​ຊະນິດ​ຊຳເຮື້ອ ເພາະ​ບໍ່​ໄດ້ຮັບ​ການ​ປິ່ນປົວ​ທີ່​ເໝາະ​ສົມ ຫລື ​ອາດຈະ​ເປັນ​ເຊື້ອ​ທີ່​ກໍ່​ພະຍາດ​ໃນ​ລັກສະນະ​ຊຳເຮື້ອ​ໄດ້ ອາດ​ຈຳ​ເປັນ​ຕ້ອງ​ປິ່ນປົວ​ດົນ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...