spot_img
Homeຂ່າວຕ່າງປະເທດປັດໄຈທີ່ເຮັດໃຫ້ລາຄານໍ້າມັນຫຼຸດລົງຕໍ່າສຸດໃນຮອບ 20 ປີ

ປັດໄຈທີ່ເຮັດໃຫ້ລາຄານໍ້າມັນຫຼຸດລົງຕໍ່າສຸດໃນຮອບ 20 ປີ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ລາຄານໍ້າມັນຫຼຸດລົງຕໍ່າສຸດໃນຮອບ 20 ປີ ເນື່ອງຈາກຄວາມກັງວົນວ່າໂລກກຳລັງຈະບໍ່ມີສະຖານທີ່ເກັບມ້ຽນນໍ້າມັນດິບອີກຕໍ່ໄປ ເຖິງແມ່ນວ່າຈະຫຼຸດການຜະລິດລົງແລ້ວກໍ່ຕາມ ເນື່ອງຈາກຄວາມຕ້ອງການທີ່ຫຼຸດລົງຂອງຫຼາຍປະເທດ ຫຼັງຈາກໃຊ້ມາດຕະການປິດເມືອງ-ປິດປະເທດ ຢຸດການເຄື່ອນໄຫວທາງເສດຖະກິດໃນຊ່ວງການລະບາດຂອງໂຄວິດ-19.

ສັນຍານຄວາມຕ້ອງການນໍ້າມັນຫຼຸດລົງຢ່າງຈະແຈ້ງ ຫຼັງຈາກທີ່ຈີນລາຍງານການຫົດຕົວທາງເສດຖະກິດຄັ້ງທຳອິດໃນຮອບຫຼາຍທົດສະວັດ ເມື່ອວັນສຸກທີ່ຜ່ານມາ ເຊິ່ງເປັນສິ່ງບົ່ງບອກວ່າ ໃນເອີຣົບ ແລະ ອາເມລິກາເໜືອຈະປະເຊີນໜ້າກັບສະຖານະການດຽວກັນ.

ລາຄານໍ້າມັນ West Texas Intermediate (WTI) ເຊິ່ງເປັນລາຄາມາດຕະຖານຂອງສະຫະລັດຫຼຸດລົງຫຼາຍກວ່າ 19% ມີການຊື້ຂາຍໃນຕະຫຼາດອາຊີໃນໄລຍະທີ່ຜ່ານມາລາຄາພຽງ 14.73 ຫຼຽນສະຫະລັດຕໍ່ບາຣ໌ເຣລ ແຕ່ປັດຈຸບັນມີການປັບລາຄາຂຶ້ນເລັກໜ້ອຍຢູ່ທີ່ 15.78 ໂດລາສະຫະລັດຕໍ່ບາຣ໌ເຣລ.

ລາຄານໍ້າມັນຟິວເຈີນິວຢອກຫຼຸດລົງ 16% ມາຢູ່ທີ່ປະມານ 15 ໂດລາສະຫະລັດຕໍ່ບາຣ໌ເຣລ ຫຼັງຈາກອາທິດທີ່ຜ່ານມາແລ້ວ ລາຄາຫຼຸດລົງເກືອບ 1 ໃນ 5 ເຊິ່ງການປັບລາຄາຫຼຸດລົງໃນຄັ້ງນີ້ສືບເນື່ອງມາຈາກຂໍ້ຕົກລົງຂອງ OPEC+ ແລະ ຜູ້ຜະລິດລາຍອື່ນທີ່ຈະຫຼຸດການຜະລິດລົງ 9.7 ລ້ານບາຣ໌ເຣລຕໍ່ວັນ ຍັງບໍ່ສາມາດຊ່ວຍໃຫ້ລາຄານໍ້າມັນດີຂຶ້ນຈາກພາວະລາຄານໍ້າມັນທີ່ຫຼຸດລົງຢ່າງຕໍ່ເນື່ອງໄດ້.

ທະນາຄານ ANZ ຊີ້ໃຫ້ເຫັນວ່າ: ລາຄານໍ້າມັນດິບຍັງຄົງຢູ່ພາຍໃຕ້ແຮງກົດດັນ ເນື່ອງຈາກການຄາດການວ່າຄວາມຕ້ອງການຂອງນໍ້າມັນນັ້ນຫຼຸດລົງ ເຊິ່ງມັນສົ່ງຜົນຕໍ່ຄວາມເຊື່ອໝັ້ນ ເຖິງແມ່ນວ່າກຸ່ມ OPEC+ ຈະຍອມຫຼຸດກຳລັງການຜະລິດນໍ້າມັນລົງຢ່າງບໍ່ເຄີຍມີມາກ່ອນກໍ່ຕາມ ແຕ່ຕະຫຼາດຍັງມີນໍ້າມັນລົ້ນເກີນຄວາມຕ້ອງການ ແລະ ຄວາມກັງວົນກໍ່ຍັງເພີ່ມຂຶ້ນຕໍ່ເນື່ອງກ່ຽວກັບຄັງເກັບມ້ຽນນໍ້າມັນຂອງສະຫະລັດທີ່ກຳລັງຈະໝົດແລ້ວ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...