spot_img
Homeຂ່າວພາຍ​ໃນປັດຈຸບັນຂະແໜງການສຶກສາ-ກີລາ ມີພະນັກງານລັດຖະກອນທັງໝົດ 75.319 ຄົນ

ປັດຈຸບັນຂະແໜງການສຶກສາ-ກີລາ ມີພະນັກງານລັດຖະກອນທັງໝົດ 75.319 ຄົນ

Published on

 

ຈາກບົດສະຫຼຸບ 6 ປີ (2006-2012) ຂອງວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ແລະ ທິດທາງແຜນການ 2013-2015 ໃນວັນ
ທີ 18 ກຸມພາ 2013 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ທົ່ວຂະແໜງການສຶກ
ສາທິການ ແລະ ກີລາ ມີພະນັກງານລັດຖະກອນທັງໝົດ 75.319 ຄົນ ຍິງ 36.923 ຄົນ.
ໃນນັ້ນມີພະນັກງານລັດຖະກອນຄູ 66.346 ຄົນ ຍິງ 34.028 ຄົນ ແລະ ພະນັກງານ ບໍລິຫານ 8.973 ຄົນ ຍິງ 2.895 ຄົນ
ລະດັບປະລິນຍາເອກ 125 ຄົນ ຍິງ 26 ຄົນ ເໜືອປະລິນຍາໂທ 9 ຄົນເປັນຍິງທັງໝົດ ປະລິນຍາໂທ 1.127 ຄົນ ຍິງ 302
ເໜືອປະລິນຍາຕີ 50 ຄົນ ປະລິນຍາຕີ 9.939 ຄົນ ຍິງ 4.226 ຄົນ ຊັ້ນສູງ 20.136 ຄົນ ຍິງ 10.366 ຄົນ ຊັ້ນກາງ 34.054
ຄົນ ຍິງ 17.824 ຄົນ ຊັ້ນຕົ້ນ 9.589 ຄົນ ຍິງ 4.005 ຄົນ ແລະ ບໍ່ມີຊັ້ນວິຊາສະເພາະ 290 ຄົນ ຍິງ 145 ຄົນ.
ໄປຄຽງຄູ່ກັບວຽກງານບຳລຸງສ້າງພະນັກງານ ໄດ້ເອົາໃຈໃສ່ກໍ່ສ້າງພະນັກງານໄລຍະຍາວທັງພາຍໃນ ແລະ ຕ່າງປະເທດ ຈຳນວນ
1.908 ຄົນ ຍິງ 638 ຄົນ ໃນນັ້ນຍົກລະດັບພາຍໃນປະເທດ 737 ຄົນ ຍິງ 267 ຄົນ.
ສະເພາະແຜນການ 2012-2015 ເປົ້າໝາຍຈະຍົກລະດັບໃຫ້ພະນັກງານລັດຖະກອນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ຈຳ
ນວນ 3.955 ຄົນ ໃນນັ້ນຢູ່ພາຍໃນປະເທດໃຫ້ໄດ້ 2.807 ຄົນ ພ້ອມດຽວກັນຈະຈັດອົບຮົມໃຫ້ໄດ້ 1.148 ຄົນ.
ເປັນກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໂດຍທ່ານ ດຣ. ພັນຄຳ ວິພາວັນ ເລຂາຄະນະພັກ ລັດຖະມົນຕີວ່າການ ກະຊວງສຶກສາທິ
ການ ແລະ ກີລາ ບັນດາທ່ານໃນຄະນະພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງ ແລະ ພາກສ່ວນກ່ຽວຂ້ອງ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...