spot_img
Homeນານາສາລະປະໂຫຍດ 13 ຂໍ້ຂອງນໍ້າໝາກພ້າວ

ປະໂຫຍດ 13 ຂໍ້ຂອງນໍ້າໝາກພ້າວ

Published on

ປະໂຫຍດ 13 ຂໍ້ຂອງນໍ້າໝາກພ້າວ ກິນມື້ລະໜ່ວຍ ດີຕໍ່ຜູ້ປ່ວຍເປັນພະຍາດໝາກໄຂ່ຫຼັງ ເນື່ອງຈາກມັນມີລິດໃນການຂັບປັດສະວະໂດຍທໍາມະຊາດ.

  1. ຊ່ວຍເສີມສ້າງລະບົບພູມຄຸ້ມກັນໃຫ້ແຂງແກ່ນຂຶ້ນ.
  2. ຊ່ວຍກໍາຈັດແບກທີເຣຍທີ່ເກີດພະຍາດທາງເດີນປັດສະວະອັກເສບ, ພະຍາດໜອງໃນ, ພະຍາດເຫືອກ ແລະໄວຣັດທີ່ເຮັດໃຫ້ເກີດພະຍາດຫວັດ, ພະຍາດຕິດເຊື້ອຕ່າງໆ.
  3. ຊ່ວຍເສີມສ້າງພະລັງງານ ແລະຍັງຊ່ວຍເພີ່ມການພະລິດຮອກໂມນຈາກຕ່ອມໄທລອຍ ແຖມຍັງດີຕໍ່ຜູ້ທີ່ເປັນພະຍາດໝາກໄຂ່ຫຼັງ ເນື່ອງຈາກມັນມີກົດໃນການຂັບປັດສະວະໂດຍທໍາມະຊາດ ທັ້ງທາງເດີນປັດສະວະ ແລະກະເພາະປັດສະວະຈະໄດ້ຮັບການຊໍ່ລະລ້າງຈາກນັ້ນຮ່າງກາຍຈະຂັບສານຜິດອອກມາ.
  4. ສາມາດສະຫຼາຍກ້ອນນິ້ວໄດ້ ແລະເນື່ອງດ້ວຍມີປະລິມານເສັ້ນໃຍອາຫານສູງຈຈຶ່ງຕິດຕໍ່ລະບົບຍ່ອຍອາຫານ.
  5. ຖ້າດື່ມນໍ້າໝາກພ້າວເປັນປະຈໍາມັນຈະໄປກໍາຈັດກົດໃນກະເພາະອາຫານ.
  6. ນໍ້າໝາກພ້າວມີລະດັບໄຂມັນທີ່ຕໍ່າ ແລະຊ່ວຍຫຼຸດຢາກອາຫານ.
  7. ຖ້າຫາກມີສິວ ແລະຜິວແຫ້ງ ຫຼືຜິວມັນ ພຽງໃຊ້ຜ້າຊຸບນໍ້າໝາກພ້າວ ແລະທາລົງໄປເທິງຜິວໜັງ ນໍ້າໝາກພ້າວຈະຊໍາລະລ້າງສິ່ງເປິເປື້ອນ ແລະເຮັດໃຫ້ຜິວໜັງສົດຊື່ນ ແລະຍັງຊ່ວຍເປີດຮູຂຸມຂົນ.
  8. ຖ້າດື່ມນໍ້າໝາກພ້າວປະສົມກັບນໍ້າມັນໝາກກອກ ກໍສາມາດຂ້າເຊື້ອພະຍາດ ແລະກໍາຈັດປະສິດໃນລໍາໄສ້ໄດ້.
  9. ຜູ້ຊ່ຽວຊານກ່າວວ່າ ການທີ່ດື່ມນໍ້າໝາກພ້າວຂະນະຖືພາຈະຊ່ວຍປ້ອງກັນປັນຫາສຸຂະພາບໄດ້ຫຼາຍຢ່າງ.
  10. ຖ້າດື່ມມື້ລະ1 ຈອກ ທຸກເຊົ້າຈະຊ່ວຍຮັກສາລະດັບຄວາມສົມດຸນຂອງອິເລັກໂທຣໄລ ແລະບໍ່ເຮັດໃຫ້ເປັນພະຍາດຄວາມດັນໂລຫິດ.
  11. ຖ້າຕ້ອງການສົດເຊີຍຂອງແຫຼວທີ່ສູນເສຍໄປ ຈາກການດື່ມແອວກໍຮໍ ດື່ມນໍ້າໝາກພ້າວສາມາດສົດເຊີຍໄດ້.
  12. ການທີ່ດື່ມນໍ້າໝາກພ້າວມື້ລະຈອກ ເຮັດໃຫ້ຜິວສົດໃສ ແລະເປັ່ງປັ່ງໄດ້ຕະຫຼອດທັ້ງວັນ.
  13. ຫຼັງຈາກອອກກໍາລັງກາຍມາຢ່າງອິດເມື່ອຍ ສາມາດດື່ມນໍ້າໝາກພ້າວ ເພື່ອໃຫ້ຮ່າງກາຍກັບມາມີພະລັງອີກຄັ້ງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...