spot_img
Homeຂ່າວທ້ອງຖິ່ນປະເທດຢີປຸ່ນຈະມອບລົດເມ ຂອງເມືອງກຽວໂຕ ຈໍານວນ 34 ຄັນ ໃຫ້ແກ່ ນະຄອນຫລວງວຽງຈັນ

ປະເທດຢີປຸ່ນຈະມອບລົດເມ ຂອງເມືອງກຽວໂຕ ຈໍານວນ 34 ຄັນ ໃຫ້ແກ່ ນະຄອນຫລວງວຽງຈັນ

Published on

ປະເທດຢີປຸ່ນຈະມອບລົດເມ ຂອງເມືອງກຽວໂຕ ຈໍານວນ 34 ຄັນ ໃຫ້ແກ່ ນະຄອນຫລວງວຽງຈັນ

ລາຍງານຂ່າວຫລ້າສຸດຈາກຄື້ນວິທະຍຸໄວໜຸ່ມ 90.0MHz ເມື່ອວັນທີ 18 ພະຈິກ 2016 ທີ່ຜ່ານມາວ່າ ສະມາຄົມມິດຕະພາບ ລາວ-ຄານໄຊ, ທີ່ເມືອງກຽວໂຕ ປະເທດຢີ່ປຸ່ນ ໃຫ້ຮູ້ວ່າ ເມືອງກຽວໂຕ ຊຶ່ງເປັນເມືອງແຮກສ່ຽວ ກັບ ນະຄອນຫລວງວຽງຈັນ ໄດ້ຕົກລົງຈະມອບລົດເມ ຂອງເມືອງກຽວໂຕ ຈໍານວນ 34 ຄັນ ໃຫ້ແກ່ ນະຄອນຫລວງວຽງຈັນ. ລໍຖ້າອີກບໍ່ດົນ ບັນດາທ່ານ ກໍ່ຈະໄດ້ມີໂອກາດ ຂີ່ລົດເມ ຂອງເມືອງກຽວໂຕ ທີ່ນະຄອນຫລວງວຽງຈັນ
ເຫັນ ຂ່າວແບບນີ້ແລ້ວກໍ່ຮູ້ສຶກຕື່ນຕັນໃຈແທນປະຊາຊົນທີ່ນໍາໃຊ້ລົດໂດຍສານປະຈໍາທາງທີ່ຈະໄດ້ໃຊ້ລົດເມທີ່ມີສະພາບດີຂຶ້ນກວ່າເກົ່າ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...