spot_img
Homeຂ່າວຕ່າງປະເທດປະເທດທຸກຍາກ ປະຕິເສດ ວັກຊີນໂຄວິດ-19 ທີ່ໃກ້ຈະໝົດອາຍຸ ຫຼາຍກວ່າ 100 ລ້ານໂດສ

ປະເທດທຸກຍາກ ປະຕິເສດ ວັກຊີນໂຄວິດ-19 ທີ່ໃກ້ຈະໝົດອາຍຸ ຫຼາຍກວ່າ 100 ລ້ານໂດສ

Published on

ວັນທີ 14 ມັງກອນ 2022 ສໍານັກຂ່າວ thaipbs ລາຍງານວ່າ ເມື່ອວັນທີ 13 ມັງກອນ ທີ່ຜ່ານມາ ອົງການຢູນິເຊຟ ເຊິ່ງເປັນໜ່ວຍງານທີ່ໃຫ້ຄວາມຊ່ວຍເຫຼືອແກ່ເດັກນ້ອຍທົ່ວໂລກ ເປີດເຜີຍວ່າ ເມື່ອເດືອນທັນວາ 2021 ພຽງເດືອນດຽວ ວັກຊີນປ້ອງກັນໂຄວິດ-19 ທີ່ໄດ້ຮັບການຈັດສັນໂດຍໂຄງການໂຄແວັກ ຫຼາຍກວ່າ 100 ລ້ານໂດສ ໄດ້ຖືກປະຕິເສດຈາກປະເທດທຸກຍາກ ເນື່ອງຈາກວັກຊີນໃກ້ໝົດອາຍຸແລ້ວ ເຖິງແມ່ນວ່າ ຜູ້ຊຽວຊານຂອງຢູນິເຊຟໄດ້ເຂົ້າມາຊ່ວຍເຫຼືອເລື່ອງຈັດການວັກຊີນກໍຕາມ.

ນອກຈາກນີ້, ຍັງມີອີກຫຼາຍປະເທດທີ່ຂໍໃຫ້ຢຸດການສົ່ງວັກຊີນໄປຈົນຮອດ ເດືອນມີນາ ນີ້ ເພື່ອກຽມພ້ອມລະບົບການຂົນສົ່ງວັກຊີນທີ່ຕ້ອງໃຊ້ຄວາມເຢັນ, ໃນຂະນະທີ່ມີບາງປະເທດກັບມາຂໍໃຫ້ສົ່ງວັກຊີນອີກຄັ້ງ ເພື່ອກຽມພ້ອມໃນການສັກວັກຊີນໃນໄຕມາດຕໍ່ໄປ.

ດ້ານຜູ້ອໍານວຍການຮອງອົງການອະນາໄມໂລກ ລະບຸເຖິງສິ່ງທີ່ເກີດຂຶ້ນວ່າ ເປັນສິ່ງທີ່ໜ້າລະອາຍໃຈທາງສິນລະທໍາ ເນື່ອງຈາກປະເທດທີ່ລໍ້າລວຍພາກັນກັກຕຸນວັກຊີນເອົາໄວ້ ແຕ່ເມື່ອວັກຊີນໃກ້ໝົດອາຍຸຄ່ອຍນໍາມາບໍລິຈາກໃຫ້ກັບປະເທດທີ່ທຸກຍາກ.

ເມື່ອເດືອນທັນວາ 2021 ທີ່ຜ່ານມາ ອົງການອະນາໄມໂລກ ລະບຸວ່າມີຈໍານວນ 92 ປະເທດຈາກທັງໝົດ 194 ປະເທດ ທີ່ຍັງບໍ່ສາມາດສັກວັກຊີນໃຫ້ປະຊາກອນໄດ້ ຕາມເປົ້າໝາຍທີ່ກໍານົດໄວ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...