spot_img
Homeຂ່າວຕ່າງປະເທດປະເທດດານມາກທົດລອງວັກຊີນໂຄວິດ-19 ໂຕໃໝ່ ໃນໄລຍະທໍາອິດກັບມະນຸດ ພົບວ່າໄດ້ຮັບຜົນດີ

ປະເທດດານມາກທົດລອງວັກຊີນໂຄວິດ-19 ໂຕໃໝ່ ໃນໄລຍະທໍາອິດກັບມະນຸດ ພົບວ່າໄດ້ຮັບຜົນດີ

Published on

ເວັບໄຊ້ຂ່າວ Thairath ໄດ້ລາຍງານວ່າ: ບໍລິສັດການຢາຂອງປະເທດດານມາກ ໄດ້ລາຍງານຄວາມຄືບໜ້າໃນການທົດລອງວັກຊີນສ້າງພູມຄຸ້ມກັນພະຍາດໂຄວິດ-19 ໂຕໃໝ່ ໂດຍພົບວ່າການທົດລອງໄລຍະທໍາອິດໃນມະນຸດໄດ້ຮັບຜົນດີ .

ປະທານ ແລະ CEO ຂອງບໍລິສັດຜູ້ຜະລິດການຢາປະເທດດານມາກໄດ້ມີການຖະແຫຼງຂ່າວເປີດເຜີຍການພັດທະນາວັກຊີນສ້າງພູມຄຸ້ມກັນພະຍາດໂຄວິດ-19 ໂຕໃໝ່ທີ່ມີຊື່ວ່າ “ ເອບີເອັນໂຄວີ 2” ຫຼັງຈາກສິ້ນສຸດການທົດລອງກັບມະນຸດໃນໄລຍະທີ 1 ພົບວ່າວັກຊີນມີປະສິດທິພາບດີໃນການສ້າງພູມຄຸ້ມກັນ ໂດຍສາມາດສ້າງພູມຄຸ້ມກັນໄດ້ໃນລະດັບທີ່ຫຼາຍກວ່າບັນດາວັກຊີນທີ່ໄດ້ມີໃນປັດຈຸບັນ ແລະ ກໍາລັງມີການດໍາເນີນການທົດລອງໃນຂັ້ນທີ 2 ຕໍ່ໄປ ພາຍໃນທ້າຍເດືອນສິງຫາ ເພື່ອປະເມີນສັກກະຍະພາບວ່າຈະສາມາດນໍາມາໃຊ້ເປັນວັກຊີນກະຕຸ້ນໃນລະດັບສາກົນໃນອະນາຄົດຕໍ່ໄປ.

ການທົດລອງວັກຊີນໂຕນີ້ເປັນການພັດທະນາຮ່ວມກັບບັນດານັກວິໄຈຈາກມະຫາວິທະຍາໄລ ໂຄເປນເຮເກນ ໂດຍເຮັດການທົດລອງກັບອາສາສະໝັກຈໍານວນ 45 ຄົນ ທີ່ສູນການແພດມະຫາວິທະຍາໄລຣັດເບົາໃນປະເທດໂຮນລັງ ໂດຍຄະນະນັກວິໄຈພົບວ່າບັນດາອາສາສະໝັກມີລະດັບພູມຄຸ້ມກັນສູງກວ່າຜູ້ທີ່ເຄີຍຕິດເຊື້ອໂຄວິດ-19 ສູງເຖິງ 12 ເທົ່າ ຫຼັງຈາກທີ່ໄດ້ຮັບວັກຊີນຄົບ 2 ເຂັມ.

ສໍາລັບວັກຊີນໂຕນີ້ມີແນວໂນ້ມສາມາດຕໍ່ຕ້ານກັບເຊື້ອໄວຣັສກາຍພັນທຸກສາຍພັນທີ່ໜ້າເປັນຫ່ວງ ເຊິ່ງລວມໄປເຖິງສາຍພັນເດລຕາທີ່ກໍາລັງລະບາດໄປທົ່ວໂລກ ນອກຈາກນີ້ຍັງພົບວ່າອາສາສະໝັກທຸກກຸ່ມສາມາດທົນຕໍ່ກັບວັກຊີນໄດ້ດີ ໂດຍທີ່ບໍ່ມີອາການຮຸນແຮງ.

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...