spot_img
Homeຂ່າວພາຍ​ໃນປະເດັນເລື່ອງນ້ຳໃນສະການແຂ່ງຂັນໂອລິມປິກ 2016 ຍັງຄົງເປັນທີ່ວິພາກວິຈານຢ່າງຕໍ່ເນື່ອງ

ປະເດັນເລື່ອງນ້ຳໃນສະການແຂ່ງຂັນໂອລິມປິກ 2016 ຍັງຄົງເປັນທີ່ວິພາກວິຈານຢ່າງຕໍ່ເນື່ອງ

Published on

ລາຍງານຈາກເວັບໄຊ ວອລສະຕຣີເຈີນັລ ລາຍງານວ່າ ຫຼັງຈາກທີ່ນ້ຳໃນສະແຂ່ງຂັນດຳນ້ຳທີ່ສະໜາມແຂ່ງຂັນກີລາໂອລິມປິກ 2016  ກາຍເປັນສີຂຽວຈົນເຮັດໃຫ້ຜູ້ຄົນສົງໃສກັນທົ່ວໂລກ ເມື່ອວັນທີ 9 ສິງຫາທີ່ຜ່ານມາ ລ່າສຸດໃນວັນທີ 10 ສິງຫາ ຜູ້ຊົມ ແລະ ນັກກີລາໄດ້ພົບວ່າ ສະລອຍນ້ຳທີ່ໃຊ້ໃນການແຂ່ງຂັນໂປໂລນ້ຳຢູ່ຂ້າງໆ ກັນ ກໍ່ມີລັກສະນະດຽວກັນ

ລາຍງານລະບຸວ່າ ຫຼັງຈາກເກີດບັນຫາດັ່ງກ່າວຂຶ້ນມາທີ່ສະແຫ່ງທຳອິດ ຄະນະກຳມະການຈັດງານແຂ່ງຂັນກີລາ ໂອລິມປິກ 2016 ກໍ່ໄດ້ອອກມາຢືນຢັນວ່າ ບັນຫາຢູ່ໃນການຄວບຄຸມເປັນທີ່ຮຽບຮ້ອຍແລ້ວ ແຕ່ຂະນະດຽວກັນກໍ່ຍອມຮັບຄວາມຈິງວ່າ ນອກຈາກນ້ຳສີຂຽວຈະເກີດຂຶ້ນກັບສະດຳນ້ຳແລ້ວ ກໍ່ຍັງເກີດຂຶ້ນກັບສະອື່ນໆທີ່ໃຊ້ໃນການແຂ່ງຂັນໂປໂລນ້ຳ

ຢ່າງໃດກໍ່ຕາມຄະນະກຳມະການໄດ້ດຳເນີນການກວດສອບຄຸນນະພາບນ້ຳແລ້ວ ແລະ ຜົນການກວດສອບພົບວ່າ ນ້ຳທີ່ປ່ຽນເປັນສີຂຽວນັ້ນບໍ່ມີສິ່ງປົນເປື້ອນ ຫຼື ຜົນກະທົບໃດໆ ຕໍ່ນັກກີລາທີ່ເຂົ້າຮ່ວມການແຂ່ງຂັນ ສ່ວນສາເຫດນັ້ນເບື້ອງຕົ້ນເຜີຍວ່າເກີດຈາກຄ່າຄວາມເປັນດ່າງຂອງນ້ຳມີການປ່ຽນແປງຢ່າງໄວວາ

ພາບຈາກ CHRISTOPHE SIMON/AFP

ແຫຼ່ງຂ່າວຈາກ: http://hilight.kapook.com/view/140732

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...