spot_img
Homeປະເພນີ-ວັດທະນະທຳປະຫວັດ ວັດອົງຕື້ ມະຫາວິຫານ

ປະຫວັດ ວັດອົງຕື້ ມະຫາວິຫານ

Published on

ວັດອົງຕື້ເປັນວັດໜຶ່ງ ໃນຈະນວນຫຼາຍໆວັດທີ່ເກົ່າແກ່ ແລະມີຄວາມໝາຍສຳຄັນທາງບູຮານສະຖານ ແລະປະຫວັດສາດ ຢູ່ໃນນະຄອນຫຼວງວຽງຈັນ, ທັງເປັນວັດທີ່ປະຊາຊົນພາຍໃນ ແລະຕ່າງປະເທດເຄົາລົບ

ນອກຈາກນີ້ ວັດອົງຕື້ ຍັງເປັນວັດສຳລັບປະກອບພິທີ ທີ່ສຳຄັນຕ່າງໆທາງລາຊະການ ສະໄໝເກົ່າເຊັ່ນ: ພິທີຖືນໍ້າ (ສັດຕະຍາບັນ ຫຼືສາບານ) ຂອງອາດຍາສິດການປົກຄອງ ແລະພິທີທຳບຸນສຳຄັນໆ ທີ່ເປັນທາງການ, ສິ່ງສຳຄັນທີ່ໄດ້ດຶງດູດເອົາປະຊາຊົນທັງພາຍໃນ ແລະຕ່າງປະເທດໃຫ້ເກີດສັດທາ ເຫຼື້ອມໃສນັ້ນກໍຍ້ອນວ່າ ວັດອົງຕື້ ເປັນວັດທີ່ເກົ່າແກ່ ເຊິ່ງມີສິມໃຫຍ່ ແລະພະເຈົ້າອົງຕື້ ເປັນສັກຂີພິຍານ ທາງປະຫວັດສາດ

%e0%ba%9e%e0%ba%a3%e0%ba%b0%e0%ba%ad%e0%ba%bb%e0%ba%87%e0%ba%95%e0%ba%b7%e0%bb%89

     ວັດອົງຕື້ເດີມມີຊື່ວ່າ ວັດສີພູມ ຫຼືໄຊຍະພູມ ຕໍ່ມາຮອດປີ ຄ.ສ 1566 ພະເຈົ້າໄຊຍະເສດຖາທິລາດ ໄດ້ມາສ້າງພະເຈົ້າອົງຕື້ຂຶ້ນ ແລ້ວມາປະດິດສະຖານໄວ້ ໃນວັດສີພູມນີ້ ຈຶ່ງໄດ້ຕັ້ງຊື່ວັດໃໝ່ວ່າ “ວັດອົງຕື້”  ຕາມຊື່ຂອງພະພຸດທະຮູບໃໝ່ນັ້ນ

ວັດອົງຕື້ ໄດ້ປະຕິສັງຂອນເອົາວັດສີພູມ ເຊິ່ງເປັນວັດທີ່ເກົ່າແກ່ມາແຕ່ສະໄໝ ພະຍາຈັນທະບູລີປະສິດທິສັກ ໄດ້ສ້າງຂຶ້ນ ໃນລະຫວ່າງ 300 ປີກ່ອນ ຄ.ສ ຫຼັງຈາກນັ້ນ ມາເປັນເວລາ 1870 ກວ່າປີ ຈຶ່ງມາຮອດສະໄໝພະເຈົ້າໄຊຍະເສດຖາທິລາດ ໄດ້ເປັນຜູ້ມາສະຖາປານາ ເອົາເມືອງວຽງຈັນຂຶ້ນ ເປັນນະຄອນຫຼວງຂອງປະເທດໃນປີ ຄ.ສ 1560 ມາຮອດປີ ຄ.ສ 1566 ວັດອົງຕື້ ຈຶ່ງໄດ້ປະຕິສັງຂອນຂຶ້ນ ຈາກວັດສີພູມດັ່ງກ່າວມາແລ້ວ

ໂດຍ: ພຣະອາຈານ ມະຫາຜ່ອງ ສະມາເລີກ
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ifram FBເສດຖະກິດ-ສັງຄົມລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...