ປະຫວັດ ກອງທັບປະຊາຊົນລາວ ຄົບຮອບ 68 ປີ ( 20/ 1/1949 – 20/1/2017)

ວັນທີ 20 ມັງກອນ ແມ່ນວັນສ້າງຕັ້ງກອງທັບປະຊາຊົນ ລາວອັນເປັນວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາທີ່ຫມູນວຽນມາຄົບຮອບ 68 ປີ ( 20/ 1/1949 – 20/1/2017) ບົນເສັ້ນທາງແຫ່ງ ການສ້າງ ຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ, ກອງທັບເຮົາ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ເສຍສະຫລະນາໆປະການຕໍ່ສູ້ເພື່ອຊາດເພື່ອປະຊາຊົນ, ຕີ ຊະນະສັດຕູທີ່ໃຫຍ່ໂຕ, ເຂັ້ມແຂງກ່ວາພວກເຮົາບໍ່ຈັກເທົ່າໃດທົບ, ປົດປ່ອຍປະເທດ ຊາດ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ສົມຊື່ວ່າ: “ກອງທັບ ວິລະຊົນຂອງຊາດລາວວິລະຊົນ, ຄົນລາວພິລະອາດຫານ”.

ປະຫວັດສາດແຫ່ງການກຳເນີດເກີດຂຶ້ນຂອງກອງທັບປະຊາຊົນລາວແຕ່ທ້າຍສະຕະ ວັດທີ 19 ເຖິງຕົ້ນສະຕະວັດທີ 20 ພວກຈັກກະພັດລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຢຶດ ຄອງລາວໃນປີ 1893; ແລ້ວດຳເນີນການກົດຂີ່ຂູດຮີດປະຊາຊົນລາວຢ່າງແສນສາຫັດ, ດ້ວຍຈິດ ໃຈທີ່ບໍ່ຍອມເປັນຂ້ອຍຂ້າຈຶ່ງໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານກັບພວກລ່າເມືອງຂຶ້ນ ແລະ ຕີນມືຂອງພວກເຂົາດ້ວຍຫລາຍຮູບການ, ຫລາຍລະດັບຈົນເຖິງການຕໍ່ສູ້ດ້ວຍອາວຸດ ໃນນັ້ນມີຫລາຍຂະບວນການທີ່ພົ້ນເດັ່ນຂຶ້ນເຊັ່ນ: ການຕໍ່ສູ້ດ້ວຍອາວຸດຂອງປະຊາຊົນ ອູເຫນືອ, ອູໃຕ້ຂອງເຈົ້າ ວັນນະພູມ (1899-1910) ອົງແກ້ວ, ອົງກົມມະດຳຢູ່ດົງບໍລິເວນ (1901-1937) ການຕໍ່ສູ້ຂອງປະຊາຊົນເຜົ່າຕ່າງໆຢູ່ແຂວງ ສະຫວັນນະເຂດ.

Young women and men defended Viengxay Photo_KPL

ພາຍໃຕ້ການນຳພາຂອງພໍ່ກະດວດ ( 1901-1902 ) ການ ຕໍ່ສູ້ຂອງເຜົ່າມົ້ງພາຍໃຕ້ການນຳພາຂອງເຈົ້າຟ້າປັດໃຈຢູ່ ພາກເຫນືອຂອງ ລາວ (1918-1922) ການຕໍ່ສູ້ຂອງຄູ ຄຳຢູ່ວຽງຈັນ (1920) ການຕໍ່ສູ້ຂອງປະຊາຊົນຜົ້ງສາລີ ພາຍໃຕ້ການນຳພາຂອງອົງແສນ (1915-1927) ການຕໍ່ສູ້ ຂອງເຜົ່າລື້ເມືອງສິງ (1914-1918) ແລະ  ອື່ນໆ… ແຕ່ບໍ່ໄດ້ຮັບໄຊຊະນະຢ່າງເດັດຂາດ, ຍ້ອນບໍ່ທັນມີພັກ ມາກ – ເລ ນິນນຳພາ, ບໍ່ທັນມີແນວທາງທີ່ຖືກຕ້ອງ, ບໍ່ທັນມີກອງທັບ ປະຕິວັດທີ່ເອກະພາບ ແລະ ສະພາບສາກົນບໍ່ທັນເອື້ອອຳນວຍ.

ມາເຖິງວັນທີ 3/2/1930 ພາຍໃຕ້ການນຳພາຂອງປະທານໂຮ່ຈິມິນ, ພັກກອມມູນິດ ອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ຮັບເອົາພາລະກຳປະຫວັດສາດແຫ່ງການນຳພາ ການປະຕິວັດຂອງ 3 ປະເທດອິນດູຈີນ. ພັກໄດ້ມີແນວທາງ, ຈຸດໝາຍ, ວິທີການຕໍ່ ສູ້ອັນຖືກ ຕ້ອງເຮັດໃຫ້ຂະບວນການປະຕິວັດຂະຫຍາຍຕົວຂຶ້ນດ້ວຍຄຸນນະພາບໃຫມ່.

Leaders L to R Mr Nouhak Mr Khamtay Mr Soupphannouvong Mr Kaysoneຈາກຊ້າຍຫາຂວາ: ທ່ານໜຸຮັກ ພູມສະຫວັນ, ທ່ານຄຳໄຕ ສີພັນດອນ, ທ່ານສຸພານຸວົງ, ທ່ານໄກສອນ ພົມວິຫານ

ເດືອນສິງຫາປີ 1945 ກອງທັບແດງໂຊວຽດໄດ້ຜາບແພ້ພວກຟາດຊິດເຢຍລະມັນຜູ້ຮຸກ ຮານເຮັດໃຫ້ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ, ໄຊຊະນະຂອງການປະຕິວັດເດືອນສິງຫາປີ 1945 ຢູ່ຫວຽດນາມກໍ່ຄືຢູ່ລາວພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ເຮັດໃຫ້ ຈັກກະພັດຝຣັ່ງປະລາໄຊ ແລະ ຍອມຈຳນົນ. ກຳເອົາກາລະໂອກາດປະຫວັດສາດທີ່ອຳ ນວຍ, ຄະນະພັກແຄວ້ນລາວໄດ້ຕັດສິນໃຈນຳພາ ປະຊາຊົນລຸກຮື້ຂຶ້ນຢຶດອຳນາດ ທົ່ວປະເທດໃນວັນທີ 12 ຕຸລາ 1945 ແລະ ໄດ້ສ້າງຕັ້ງລັດຖະບານລາວອິດສະຫລະຂຶ້ນ ທີ່ນະຄອນ ຫລວງວຽງຈັນ. ສະເດັດເຈົ້າ ສຸພານຸວົງ ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີຕ່າງ ປະເທດ ແລະ ເປັນຜູ້ບັນຊາການກອງທັບລັດຖະບານລາວອິດສະຫລະ

ພາຍຫລັງທີ່ປວງຊົນເຮົາຍາດໄດ້ອຳນາດມາໄດ້ບໍ່ພໍເທົ່າໃດພວກລ່າເມືອງຂຶ້ນຝຣັ່ງໄດ້ກັບຄືນມາຮຸກຮານລາວອີກຄັ້ງໃຫມ່. ດ້ວຍຈິດໃຈຮັກຊາດ, ຮັກຄວາມເປັນເອກະລາດອັນສູງສົ່ງປະຊາຊົນລາວໄດ້ລຸກຂຶ້ນຕໍ່ສູ້ ກັບພວກລ່າເມືອງຂຶ້ນຝຣັ່ງອີກຄັ້ງໃຫມ່. ເດັ່ນກ່ວາຫມູ່ແມ່ນ ບັ້ນຮົບທ່າແຂກໃນວັນທີ 21 ມີນາ 1946, ບັນຊາໂດຍສະເດັດເຈົ້າ ສຸພານຸວົງ ໄດ້ສູ້ຮົບຢ່າງດຸເດືອດກັບຝຣັ່ງ, ກອງ ທັບປະສົມລາວ-ຫວຽດນາມພ້ອມກັບປະຊາຊົນໄດ້ມີການເສຍສະຫລະຢ່າງໃຫຍ່ຫລວງ, ສະເດັດເຈົ້າ ສຸພານຸວົງ ກໍ່ຖືກບາດເຈັບສາຫັດ; ຍ້ອນເຫລັກຫລາຍກ່ວາຖ່ານລັດຖະ ບານລາວອິດສະຫລະໄດ້ອົບພະຍົບໄປຢູ່ປະເທດໄທ.

ຕໍ່ຈາກນັ້ນຄະນະລັດຖະບານລາວອິດສະຫລະຈຳນວນຫນຶ່ງກໍ່ຍອມຈຳນົນຕໍ່ຝຣັ່ງ. ອີກຈຳນວນຫນຶ່ງນຳໂດຍສະເດັດເຈົ້າສຸພານຸວົງໄດ້ ເຫັນທິດໄປສູ່ຊົນນະບົດ, ເຂດພູດອຍ ປຸກລະດົມປະຊາຊົນເຜົ່າຕ່າງໆກໍ່ສ້າງ ແລະ ຈັດຕັ້ງເຂດທີ່ຫມັ້ນ, ຂະຫຍາຍສົງຄາມກອງ ຫລອນປະສານສົມທົບຢ່າງແຫນ້ນແຟ້ນກັບການຕໍ່ສູ້ຂອງກອງທັບ ແລະ ປະຊາ ຊົນຫວຽດນາມ, ກຳປູເຈຍອ້າຍນ້ອງ, ຈັດຕັ້ງກອງໂຄສະນາປະ ກອບອາວຸດຂຶ້ນທັງໂຄ ສະນາປຸກລຸກປະຊາຊົນກໍ່ສ້າງຮາກຖານການເມືອງຈັດຕັ້ງກຳລັງປະກອບອາວຸດຂຶ້ນຢ່າງ ຕໍ່ເນື່ອງ, ຂະບວນການຕໍ່ຕ້ານໄດ້ຂະຫຍາຍກວ້າງຂວາງອອກທົ່ວປະເທດ, ຮາກຖານ ການເມືອງກໍ່ເຕີບໃຫຍ່ຂະຫຍາຍຕົວຂຶ້ນ, ຫລາຍທ້ອງຖິ່ນໄດ້ຈັດຕັ້ງກຳລັງປະກອບອາ ວຸດໃນລະດັບກອງຮ້ອຍຂຶ້ນຄື: ກອງປັດໃຈຢູ່ຊຽງຂວາງ, ກອງຟ້າງຸ່ມຢູ່ວຽງຈັນ, ກອງໄຊ ເສດຖາຢູ່ພາກກາງ, ກອງໄຊຈັກກະພັດ ຢູ່ພາກໃຕ້… ເຮັດໃຫ້ຮູບຖານສົງຄາມແບບ ຊ້ອນແຂ້ວຫວີລະຫວ່າງເຮົາກັບສັດຕູໄດ້ປະກົດຂຶ້ນຢ່າງເດັ່ນຊັດ.

ປະຕິບັດຕາມມະຕິຕົກລົງຂອງສູນກາງພັກກອມມູນິດອິນດູຈີນຢູ່ເຂດທີ່ຫມັ້ນຕາແສງລາວຮຸ່ງ, ເມືອງຊຽງຄໍ້, ແຂວງ ຫົວພັນ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫລະຂຶ້ນຢ່າງເປັນ ທາງການໃນວັນທີ 20 ມັງກອນ ປີ 1949 ຊຶ່ງແມ່ນກອງທັບປະຊາຊົນລາວໃນປະຈຸບັນ ໂດຍໃສ່ຊື່ວ່າ: “ກອງລາດຊະວົງ” ຊຶ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດ ແລະ ບັນຊາໂດຍກົງ. ນັບແຕ່ນັ້ນມາໄດ້ຖື ເອົາວັນທີ 20 ມັງກອນ ປີ 1949 ເປັນວັນສ້າງຕັ້ງກອງທັບປະຊາຊົນລາວ (ວັນທີ 1/10/1965 ໄດ້ປ່ຽນຊື່ມາ ເປັນກອງທັບ ປົດປ່ອຍ ປະຊາຊົນລາວ ແລະ ວັນທີ 16/7/1982 ປ່ຽນຊື່ມາເປັນ ກອງທັບປະຊາຊົນ ລາວຈົນເຖິງປະຈຸບັນ).

ກອງທັບປະຊາຊົນລາວໄດ້ກຳເນີດເຕີບໃຫຍ່ພາຍໃຕ້ການ ຊີ້ນຳ-ນຳພາ ແລະ ການສຶກສາອົບຮົມຈາກພັກ; ເປັນຂີດ ຫມາຍໃຫມ່ ແລະ ແມ່ນບາດກ້າວກະໂດດທີ່ສຳຄັນທີ່ຢັ້ງ ຢືນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ, ແມ່ນການເຕີບໃຫຍ່ເຂັ້ມແຂງ ຂອງກອງກຳ ລັງປະກອບ ອາວຸດປະຕິວັດ, ເປັນການສືບທອດມູນເຊື້ອພິລະອາດຫານຂອງບັນພະບຸລຸດຂອງລາວ. ຍິ່ງຕີກໍ່ຍິ່ງມີໄຊຊະນະ, ຍິ່ງສູ້ຮົບກໍ່ຍິ່ງ ເຕີບໃຫຍ່ເຂັ້ມແຂງ, ການປະຕິວັດກ້າວຂຶ້ນຮອດ ບ່ອນໃດກອງທັບເຮົາກໍ່ຂະຫຍາຍຕົວຮອດບ່ອນນັ້ນ, ເປັນກຳລັງຫລັກ ແຫລ່ງໃຫ້ ຂະບວນ ການຕໍ່ສູ້ຂອງປະຊາຊົນ ເພື່ອຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມສົມ ບູນພູນສຸກ ແລະ ຄວາມວັດທະນາຖາວອນຂອງປະເທດ ຊາດຢ່າງແທ້ຈິງ.

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!