spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວປະຫວັດສາດລາວດຶກດຳບັນ ຕອນ: "ເມືອງຊວາ" ຊຽງທອງ ຫລວງພະບາງ

ປະຫວັດສາດລາວດຶກດຳບັນ ຕອນ: “ເມືອງຊວາ” ຊຽງທອງ ຫລວງພະບາງ

Published on

ໄດ້ຄົ້ນພົບວ່າ ພວກມອນ ຂະແມ ກໍ່ອາດມີອິດທິພົນທາງການເມືອງ ທີ່ຄຸມໄປເຖີງດິນຕອນນີ້ ຈື່ງມີເລື່ອງ ເມັງ ມອນ ຂອມ ກ່າວໃນເລື່ອງທ້າວຮຸ່ງທ້າວເຈືອງ ຕີເອົາເມືອງຊວາ ສຳຫລັບກຸ່ມໄຕລາວແມ່ນກຸ່ມຄົນທີ່ເວົ້າພາສາໄຕ ກຸ່ມຄົນນີ້ຢູ່ດິນເມືອງຊຽງດົງຊຽງທອງມາດົນນານໂດຍປະປົນກັບພວກລາວະ ຕໍ່ມາໄດ້ມີບົດບາດການເມືອງຂື້ນພາຍຫລັງຂຸນລໍມາຕີເອົາເມືອງຊວາເມື່ອປະມານ ສະຕະວັດທີ່ VIII

ຈາກຕຳນານບູຮານຄືພື້ນຂຸນບໍຣົມ ພົງສາວະດານຫລວງພະບາງແລະ ຫນັງສືອຸຣັງຄະທາດ ກ່າວວ່າ ເມືອງຫລວງພະບາງ ເດີມແທ້ນັ້ນຊື່ວ່າເມືອງຊວາ ຫລື ຊະວາ ຕາມວົງກະສັດອົງ1 ຊື່ວ່າ ນັນທາ ໄດ້ເປັນໃຫຍ່ປົກຄອງເປັນຄັ້ງທຳອິດເຊີ່ງເລື່ອງເລົ່າກັນມາມີດັ່ງນີ້:

ມີຍັກຕົນ1ຊື່ວ່ານັນທາ ມາຈາກເມືອງລົງກາໄດ້ເປັນໃຫຍ່ຍູ່ເມືອງຊວາ ຕໍ່ມາເມື່ອນັນທາຕາຍແລ້ວ ເມັຍນັນທາຊື່ວ່າ ນາງ ພາລາເທວີ ໄດ້ໄປແຕ່ງດອງກັບເຈົ້າ ອິນທະປັດຖານະຄອນແລະນາງ ກາງຮີ ລູກສາວນາງພາລາເທວີ ໄດ້ໄປເອົາກັບທ້າວພຸດທະເສນ ລູກຊາຍຂອງເຈົ້າພະຍາເມືອງອິນທະປັດຖານະຄອນແລ້ວມາເປັນໃຫຍ່ຢູ່ເມືອງຊວາສືບມາ
ພາຍຫລັງວົງກະສັດ”ນັນທາ“ທີ່ເປັນໃຫຍ່ຢູ່ເມືອງຊວາສີ້ນສຸດລົງແລ້ວ ວົງກະສັດທີ່2ແມ່ນ ວົງ”ພະຍານາກ” ໄດ້ຂື້ນມາເປັນໃຫຍ່ຢູ່ເມືອງຊວາສືບມາ ວົງພະຍານາກນີ້ກໍ່ສືບເນື່ອງມາຈາກວົງນັນທາຕຳນານອຸຣັງຄະທາດກ່າວວ່າ ວົງຕະກູນພະຍານາກນີ້ມີຖິ່ນຖານດັ່ງເດີມຢູ່ບໍລິເວນ ຫນອງກະແສແສນຍ່ານກໍ່ຄືຕາມໂຫລ້ງແມ່ນຳ້ຂອງແລະສາຂາແມ່ນຳ້ຂອງ ແມ່ນຳ້ຂອງແມ່ນບໍລິເວນ ”ພູກາງສີ” ພູສີແຂວງຫລວງພະບາງ ສີໂຄດຕະບອງ ຫນອງຫານຫລວງ (ສາກົນນະຄອນ) ແລະ ຫນອງຫານນ້ອຍ (ອຸດອນທານີ)

ເມື່ອວົງພະຍານາກສີ້ນສຸດລົງ ວົງ ”ຈັນທະພານິດ” ໄດ້ເປັນໃຫຍ່ຍູ່ເມືອງຊວາແທນ ຈາກພົງສາວະດານເມືອງຫລວງພະບາງໄດ້ກ່າວໄວ້ວ່າ ຈັນທະພານິດ ແມ່ນພໍ່ຄ້າ ຂື້ນໄປຈາກວຽງຈັນ ໄດ້ເປັນໃຫ່ຍ ປົກຄອງເມືອງຊວາຕໍ່
ພື້ນຂຸນບໍຣົມກ່າວວ່າ: ນັບແຕ່ຂຸນລໍມາປົກຄອງອານາຈັກລ້ານຊ້າງມາເຖີງສະໄຫມພະຍາລັງທິລາດເປັນເຈົ້າແຜ່ນດິນລ້ານຊ້າງ ເມື່ອປີ ຄສ 1271 ໄດ້ມີເຈົ້າກະສັດປົກຄອງລ້ານຊ້າງ ສືບທອດກັນມາກ່ອນແລ້ວໄດ້ 22 ອົງ ປົກຄອງເມື່ອໃດນັ້ນບໍ່ໄດ້ກ່າວແລະພື້ນຂຸນບູລົມແຕ່ລະສະບັບກ່າວເຖີງ ຊື່ກະສັດ 22 ອົງນັ້ນບໍ່ຄືກັນອາດສະຫລຸບໄດ້ດັ່ງນີ້:
1 ຂຸນລໍ
2 ຂຸນຊວາ
3 ຂຸນຊວາລາວ
4 ຂຸນສູງ
5 ຂຸນເຂັດ
6 ຂຸນຄຸ້ມ
7 ຂຸນຄີບ
8 ຂຸນຄອບ
9 ຂຸນຄົວ
10 ຂຸນຄານ
11 ຂຸນແພງ
12 ຂຸນເພັງ
13 ຂຸນເພີງ
14 ຂຸນພີ
15 ຂຸນຄຳ
16 ຂຸນຮຸ່ງ
17 ທ້າວໂມ
18ທ້າວຍຸງ
19 ທ້າວເຢີກ
20 ທາວພິນ
21 ທ້າວພາດ
22 ທ້າວຫ່ວາງ
ພະຍາລັງທິລາດເປັນຜູ້ທີ່ 23 ຄອງບັນລັງລະຫວ່າງປິ 1271-1316

ທີ່ມາຈາກ: ບູຮານຄະດີແລະປະຫວັດສາດລາວ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...