spot_img
Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 25 ພະຈິກ 2021

ປະຫວັດຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 25 ພະຈິກ 2021

Published on

 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ວັນທີ 24 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 9,654 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,504 ຄົນ (ຕິດເຊື້ອພາຍໃນ ມີ 1,499 ຄົນ ແລະ ຕິດເຊື້ອນໍາເຂົ້າ 05 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,499 ຄົນ ຈາກ 18 ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 677 ຄົນ ໃນ 203 ບ້ານ ແລະ 9 ເມືອງ
  • ເມືອງຈັນທະບູລີ 88 ຄົນ ຈາກ 19 ບ້ານ
  • ເມືອງສີໂຄດຕະບອງ 110 ຄົນ ຈາກ 27 ບ້ານ
  • ເມືອງໄຊເສດຖາ 149 ຄົນ ຈາກ 40 ບ້ານ
  • ເມືອງສີສັດຕະນາກ 83 ຄົນ ຈາກ 25 ບ້ານ
  • ເມືອງນາຊາຍທອງ 35​ ຄົນ ຈາກ 22 ບ້ານ
  • ເມືອງໄຊທານີ 120 ຄົນ ຈາກ 39 ບ້ານ
  • ເມືອງຫາດຊາຍຟອງ 47ຄົນ ຈາກ 23 ບ້ານ
  • ເມືອງສັງທອງ 18 ຄົນ
  • ປາກງື່ມ 4 ຄົນ ຈາກ 2 ບ້ານ
  • ຕ່າງແຂວງ 8 ຄົນ
  • ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ
  1. ຫຼວງພະບາງ ມີ 149 ຄົນ ໃນ 47 ບ້ານ ແລະ 6 ເມືອງ
  2. ແຂວງວຽງຈັນ ມີ 139 ຄົນ ໃນ 34 ບ້ານ ແລະ 9 ເມືອງ
  3. ຜົ້ງສາລີ ມີ 123 ຄົນ ໃນ 15 ບ້ານ ແລະ 3 ເມືອງ
  4. ຈຳປາສັກ ມີ 105 ຄົນ ໃນ 33 ບ້ານ ແລະ 7 ເມືອງ
  5. ສະຫວັນນະເຂດ ມີ 48 ຄົນ ໃນ 27 ບ້ານ ແລະ 6 ເມືອງ
  6. ໄຊຍະບູລີ ມີ 47 ຄົນ ໃນ 12 ບ້ານ ແລະ 2 ເມືອງ
  7. ບໍລິຄຳໄຊ ມີ 41 ຄົນ ໃນ 21 ບ້ານ ແລະ 6 ເມືອງ
  8. ບໍ່ແກ້ວ ມີ 37 ຄົນ ໃນ 18 ບ້ານ ແລະ 3 ເມືອງ
  9. ຄຳມ່ວນ ມີ 32 ຄົນ ໃນ 14 ບ້ານ ແລະ 3 ເມືອງ
  10. ສາລະວັນ ມີ 26 ຄົນ ໃນ 6 ບ້ານ ແລະ 4 ເມືອງ
  11. ອຸດົມໄຊ ມີ 20 ຄົນ ໃນ 10 ບ້ານ ແລະ 1 ເມືອງ
  12. ຫົວພັນ ມີ 15 ຄົນ ໃນ 7 ບ້ານ ແລະ 3 ເມືອງ
  13. ຫຼວງນ້ຳທາ ມີ 16 ຄົນ, ໃນ 3 ບ້ານ ແລະ 1 ເມືອງ
  14. ອັດຕະປື 11 ຄົນ ໃນ 6 ບ້ານ ແລະ 4 ເມືອງ
  15. ເຊກອງ ມີ 7 ຄົນ ໃນ 4 ບ້ານ ແລະ 3 ເມືອງ
  16. ໄຊສົມບູນ ມີ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ
  17. ຊຽງຂວາງ ມີ 3 ຄົນ ໃນ 3 ບ້ານ ແລະ 3 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ ຈາກ ສະຫວັນນະເຂດ 2 ແລະ ນະຄອນຫຼວງ 04 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

  • ມາຮອດວັນທີ 24 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 67,322 ຄົນ, ເສຍຊີວິດສະສົມ 143 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 688ຄົນ ແລະ ກໍາລັງປິ່ນປົວ 10,965
  • ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້:

– ເພດຊາຍ, ອາຍຸ 90 ປີ, ບ້ານທົ່ງຂັນຄໍາ, ເມືອງຈັນທະບູລີ, ນະຄອນຫລວງ

– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ກິນຢ່າປະຈໍາ

– ບໍ່ໄດ້ຮັບການສັກຢາວັກຊີນ

– ມີອາການໄຂ້ ແລະ ໄອ ມາໄດ້ 04 ຄົນ

– ເວລາ 21:00 ໂມງຂອງວັນທີ 22 ພະຈິກ 2021: ເຂົ້າມາກວດຢູ່ພະແນກສຸກເສີນ ຂອງໂຮງໝໍເສດຖາທິລາດ ດ້ວຍອາການຈືດມ້ານ, ຫາຍໃຈຫອບ ມີອາການຮ້າຍແຮງ ຈື່ງມາໂຮງໝໍ ພ້ອມກັນນັ້ນ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ດ້ວຍເຕັກນິກ Gene Expert ແມ່ນພົບເຊື້ອ ແລະ ໄດ້ເອົາຄົນເຈັບເຂົ້ານອນໂຮງໝໍ

– ໄລຍະເວລາການປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 22-24 ພະຈິກ 2021, ເປັນເວລາ 03 ມື້

– ວັນທີ 24 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...