spot_img
Homeຂ່າວພາຍ​ໃນປະທານາທິບໍດີ ທຣັມ ເຜີຍ ຢາກຕັດງົບອົງການອະນາໄມໂລກ ຍ້ອນມີຂໍ້ຜິດພາດຫຼາຍ ແລະ ມັກເຂົ້າຂ້າງຈີນ

ປະທານາທິບໍດີ ທຣັມ ເຜີຍ ຢາກຕັດງົບອົງການອະນາໄມໂລກ ຍ້ອນມີຂໍ້ຜິດພາດຫຼາຍ ແລະ ມັກເຂົ້າຂ້າງຈີນ

Published on

ສຳນັກຂ່າວ ບີບີຊີ ແລະ ຊີເອັນເອັນ ລາຍງານວ່າ ປະທານາທິບໍດີ ໂດນໍ ທຣັມ ແຫ່ງ ສະຫະລັດອາເມລິກາ ກ່າວໃນລະຫວ່າງງານຖະແຫຼງຂ່າວເລື່ອງສະຖານະການໂຄວິດ-19 ທີ່ ທຳນຽບຂາວ ໃນວັນທີ 7 ເມສາ 2020 ວ່າ ເພິ່ນຈະລະງັບການມອບທຶນປະຈໍາປີໃຫ້ແກ່ອົງການອະນາໄມໂລກ (World Health Organization: WHO) ໂທດຖານທີ່ມີຈຸດຢືນເຂົ້າຂ້າງປະເທດ ຈີນ.​

“ເຮົາກຳລັງຈະຢຸດມອບເງິນໃຫ້ແກ່ WHO ເຮົາຈະຢຸດຢ່າງຮຸນແຮງ ແລະ ເຮົາຈະໄດ້ເຫັນດີກັນ” ແຕ່ເມື່ອມີນັກຂ່າວຖາມຕໍ່, ທຣັມ ກໍໄດ້ແກ້ໄຂຄໍາເວົ້າຕົນເອງວ່າ: ”ຂ້າພະເຈົ້າບໍ່ໄດ້ບອກວ່າກຳລັງຈະເຮັດ ແຕ່ເຮົາກຳລັງກວດສອບໃນເລື່ອງນີ້”. ທຣັມ ກ່າວຕື່ມອີກວ່າ ອົງການອະນາໄມໂລກໄດ້ຮັບເງິນສະໜັບສະໜູນ ຈາກ ສະຫະລັດເປັນຈໍານວນຫຼາຍ ແລະ ເພິ່ນຕ້ອງການກວດສອບຄືນໃນເລື່ອງນີ້. ໃນແຕ່ລະປີ ສະຫະລັດຈະມອບທຶນໃຫ້ແກ່ອົງການອະນາໄມໂລກຈໍານວນ 58 ລ້ານໂດລາສະຫະລັດ.

ທຣັມ ກ່າວອີກວ່າ ເຖິງວ່າໂຄງການຫຼາຍໂຄງການຂອງ WHO ຈະຄຸ້ມຄ່າກັບເງິນນັ້ນ ແຕ່ໂດຍລວມແລ້ວ ພວກເຂົາເຮັດຜິດພາດຫຼາຍຢ່າງ ໂດຍສະເພາະການຄັດຄ້ານການຕັດສິນໃຈຂອງເພິ່ນ ທີ່ຈະຢຸດຮັບນັກເດີນທາງທີ່ມາຈາກຈີນ ໃນໄລຍະທີ່ໄວຣັດ ໂຄວິດ-19 ເລີ່ມລະບາດໃໝ່ໆ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...