spot_img
Homeຂ່າວຕ່າງປະເທດປະທານາທິບໍດີລັດເຊຍ ແຈ້ງພັກວຽກ ໂດຍບໍ່ຫັກຄ່າຈ້າງ ເພື່ອຄວບຄຸມການລະບາດຂອງໂຄວິດ-19

ປະທານາທິບໍດີລັດເຊຍ ແຈ້ງພັກວຽກ ໂດຍບໍ່ຫັກຄ່າຈ້າງ ເພື່ອຄວບຄຸມການລະບາດຂອງໂຄວິດ-19

Published on

ໃນວັນທີ 20 ຕຸລາ 2021 ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ ປະທານາທິບໍດີ ທ່ານ ປູຕິນ ຜູ້ນໍາປະເທດລັດເຊຍ ປະກາດມື້ພັກເຮັດວຽກ ໂດຍບໍ່ຕ້ອງຫັກເງິນເດືອນເປັນເວລາ 1 ອາທິດ ເລີ່ມຕັ້ງແຕ່ວັນທີ 30 ຕຸລາ ຈົນເຖິງວັນທີ 7 ພະຈິກ 2021 ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດ ທີ່ເປັນການລະບາດຮອບໃໝ່ທີ່ຮຸນແຮງ ພ້ອມກັບຂໍໃຫ້ປະຊາຊົນສະແດງຄວາມຮັບຜິດຊອບຕໍ່ຕົນເອງ ແລະ ເຂົ້າຮັບການສັກວັກຊີນ ເພາະມີປະຊາຊົນຈໍານວນໜຶ່ງບໍ່ເຊື່ອໝັ້ນໃນຄຸນນະພາບຂອງວັກຊີນ.

ໃນການປະຊຸມທາງໄກກັບຄະນະລັດຖະມົນຕີ ທ່ານ ປູຕິ ໄດ້ຮຽກຮ້ອງໃຫ້ມີການສະໜັບສະໜຸນພາກທຸລະກິດທີ່ຈະສູນເສຍລາຍໄດ້ມື້ລະ 4,000 ລ້ານຣູເບິລ ຫຼື ປະມານ 600,000 ກີບ ຕະຫຼອດໄລຍະເວລາພັກວຽກ 7 ມື້ ແລະ ໄດ້ກ່າວເຖິງການປະຕິເສດການສັກວັກຊີນຂອງປະຊາຊົນວ່າເປັນສິ່ງທີ່ເປັນເປັນຕາຢ້ານ.

ທ່ານ ປູຕິນ ໄດ້ກ່າວວ່າ: ເຮົາມີພຽງສອງວິທີທີ່ຈະຜ່ານຊ່ວງເວລານີ້ໄປໄດ້ນັ້ນກໍຄືການ ຕິດເຊື້ອ ແລະ ສັກວັກຊີນ ແຕ່ການສັກວັກຊີນນັ້ນແມ່ນຍ່ອມດີກວ່າການລໍຖ້າໃຫ້ຕົນເອງຕິດເຊື້ອ ແລະ ເກີດຜົນຮ້າຍກັບຕົນເອງ”.

ນອກຈາກນີ້ປະທານາທິບໍດີໄດ້ຮຽກຮ້ອງໃຫ້ເຂດປົກຄອງຕ່າງໆປະເມີນສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຫາກມີຄວາມຈໍາເປັນເຊັ່ນ: ອັດຕາການຕິດເຊື້ອຍັງມີສູງເປັນພິເສດ ແລະ ສະຖານພະຍາບານມີຈໍານວນຄົນຕິດເຊື້ອເກີນຂອບເຂດຄວາມສາມາດ ເຊິ່ງສາມາດເລີ່ມປະກາດມື້ພັກວຽກໄດ້ຕັ້ງແຕ່ວັນທີ 23 ຕຸລາ ເປັນຕົ້ນໄປ. 

ແຫຼ່ງຂ່າວ: Khaosod 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...