ປະທານອົງການກອຍກາ ມອບເງິນຊ່ວຍເຫຼືອໂຮງໝໍເດັກ

ປະທານອົງການກອຍກາ ມອບເງິນຊ່ວຍເຫຼືອໂຮງໝໍເດັກ

ວັນ​ທີ 12 ກັນຍາ 2013 ທີ່​ໂຮງແຮມ​ລາວ​ພລາ​ຊາ ທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິດ​ຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ກໍ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ ກີມ​ຍອງ​ມົກ ປະທານ​ອົງການ​ກອຍ​ກາ (KOICA) ພ້ອມ​ຄະນະ ເນື່ອງ​ໃນ​ໂອກາດ​ຄະນະ​ສິລະ​ປິນ (KOICA) ມາ​ສະແດງ​ມິດຕະພາບ ລາວ-ເກົາຫຼີ ຢູ່​ນະຄອນຫຼວງ​ວຽງ​ຈັນ.

ໃນ​ໂອກາດ​ນີ້ ທ່ານ ກີມ​ຍອງ​ມົກ ປະທານ​ອົງການ​ກອຍ​ກາ (KOICA) ພ້ອມ​ດ້ວຍ​ຄະນະ​ສິລະ​ປິນ (KOICA) ແຫ່ງ ສ.ເກົາຫຼີ ຍັງ​ໄດ້​ລົງ​ຢ້ຽມຢາມ​ໂຮງໝໍ​ເດັກ ລາວ-ເກົາຫຼີ ໂດຍ​ໃຫ້ການ​ຕ້ອນຮັບ​ຂອງ​ທ່ານ ​ດຣ. ເນົາ ບຸດຕາ ຫົວໜ້າ​ຫ້ອງການ​ກະຊວງ​ສາທາລະນະ​ສຸກ ອຳນວຍ​ການ​ໂຮງໝໍ​ເດັກ ລາວ-ເກົາຫຼີ ຫົວໜ້າ​ກົມ​ປິ່ນປົວ ມີ​ບັນດາ​ຊ່ຽວຊານ-ແພດ​ໝໍ​ຂອງ​ໂຮງໝໍ​ເດັກ​ໃຫ້ການ​ຕ້ອນຮັບ.

ການ​ລົງ​ຢ້ຽມຢາມ​ຂອງ​ທ່ານ ກີມ​ຍອງ​ມົກ ປະທານ​ອົງການ​ກອຍ​ກາ (KOICA) ພ້ອມ​ດ້ວຍ​ຄະນະ​ສິລະ​ປິນ (KOICA) ແຫ່ງ ສ.ເກົາຫຼີ ຄັ້ງ​ນີ້ ແມ່ນ​ໄດ້​ຊົມ​ສິລະ​ປະ​ຟ້ອນ​ຈຳປາ​ເມືອງ​ລາວ ຢ້ຽມຢາມ​ຄົນ​ເຈັບ ເບິ່ງ​ຫ້ອງ​ອຸປະກອນ​ການ​ແພດ ນອກຈາກ​ນັ້ນ ທ່ານ ກີມ​ຍອງ​ມົກ ຍັງ​ໄດ້​ມີ​ການ​ມອບ​ເງິນ​ຈຳນວນ 500.000 ໂດ​ລາ​ສະຫະລັດ ຫຼື 3.927.729.772 ກີບ ເພື່ອ​ເປັນ​ການ​ຊ່ວຍ​ຍົກ​ລະດັບ​ຫ້ອງ​ສ່ອງ​ໄຟຟ້າ ຫ້ອງ​ຜ່າຕັດ ແລະ ເຄື່ອງມື​ອຸປະກອນ​ການ​ແພດ​ຄົບ​ຊຸດ ທັງ​ນີ້​ເພື່ອ​ເປັນ​ການ​ຍົກ​ລະດັບ​ໂຮງໝໍ​ເດັກ​ໃຫ້​ມີ​ຄຸນ​ນະ​ພາບ ທັງ​ຮັບ​ໃຊ້​ສັງຄົມ​ໃຫ້​ມີ​ປະສິດທິພາບ​ດີ​ຂຶ້ນ​ເລື້ອຍໆ ຈາກ​ນັ້ນ ອຳນວຍ​ການ​ໂຮງໝໍ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ​ທ່ານ ກີມ​ຍອງ​ມົກ ພ້ອມ​ຄະນະ ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ໃນ​ຄັ້ງ​ນີ້ ແລະ ຫວັງ​ຢ່າງ​ຍິ່ງ​ວ່າ​ໃນ​ໂອກາດ​ໜ້າ ຈະ​ໄດ້​ໃຫ້ການ​ຊ່ວຍເຫຼືອ​ອີກ​ຕື່ມ.

ທີ່ມາhttp://www.vientianemai.net