ເມື່ອວັນທີ 28 ສິງຫາ 2018 ຈາກກໍລະນີທີ່ທາງສະຫະພັນບານເຕະແຫ່ງຊາດລາວໄດ້ອອກມາໂພສໃບແຈ້ງການລົງວິໄນຕໍ່ປະທານ ສະໂມສອນບານເຕະວຽງຈັນ ຢູໄນເຕັດ ເນື່ອງຈາກໃນວັນທີ 25 ສິງຫາ 2018 ຜູ້ກ່ຽວໄດ້ຖ່າຍທອດສົດຜ່ານທາງເຟສບຸ໊ກສ່ວນຕົວວິຈານທາງເຂົ້າສະຫະພັນບານເຕະແຫ່ງຊາດລາວ ເຊິ່ງທາງ ສຕລ ໃຫ້ເຫດຜົນວ່າພຶດຕິກຳນີ້ແມ່ນບໍ່ເໝາະສົມ ແລະ ສ້າງຄວາມເສື່ອມເສຍໃຫ້ແກ່ສະຫະພັນບານເຕະແຫ່ງຊາດລາວກໍ່ຄື ປະເທດຊາດ ດັ່ງນັ້ນຈິ່ງໄດ້ລົງວິໄນ ນາງ ພິຈິກາ (ໂບ) ປະທານສະໂມສອນບານເຕະວຽງຈັນ ຢູໄນເຕັດ ເປັນເວລາ 90 ວັນ ໂດຍຫ້າມບໍ່ໃຫ້ຫຍຸ້ງກ່ຽວກັບທຸກໆກິດຈະກຳບານເຕະ ໃນ ສປປ ລາວ.
ຫຼັງຈາກນັ້ນບໍ່ພໍເທົ່າໃດຊົ່ວໂມງ ປະທານສະໂມສອນບານເຕະວຽງຈັນ ຢູໄນເຕັດ ໄດ້ອອກມາໂພສຜ່ານເຟສບຸ໊ກສ່ວນຕົວທີ່ມີຊື່ວ່າ Phijika Boonkwang ໂດຍໄດ້ສະແດງຄວາມຮູ້ສຶກເສຍໃຈ ແລະ ຂໍຖອນຕົວຈາກການເປັນປະທານສະໂມສອນບານເຕະວຽງຈັນ ຢູໄນເຕັດ.
ກະລັງໄປເຊຍບານ
Posted by Phijika Boonkwang on ວັນສຸກ ທີ 24 ສິງຫາ 2018
ແຫລ່ງຂ່າວ: ເຟສບຸ໊ກເພສ ສະຫະພັນບານເຕະແຫ່ງຊາດລາວ, ເຟສບຸ໊ກ Phijika Boonkwang